ພິທີເຊັນສັນຍາ ສະໜອງທຶນໃຫ້ 8 ໂຄງການ
ພິທີເຊັນສັນຍາ ສະໜອງທຶນ ລະຫວ່າງ ກອງທຶນປົກປັກຮັກສາສິ່ງແວດລ້ອມ ( ກປສ ) ແລະ ຜູ້ຮັບທຶນຈາກພະແນກ ກະສິກຳ ແລະປ່າໄມ້ ແຂວງຄຳມ່ວນ,ຊຽງຂວາງ,ຫຼວງພະບາງ,ຫົວພັນ,ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ບໍ່ແກ້ວ ສະຫວັນນະເຂດ ແລະ ຫຼວງນ້ຳທາ (8ໂຄງການ )ໄດ້ຈັດຂຶ້ນຢ່າງເປັນທາງການ ໃນຕອນບ່າຍວັນທີ23 ກຸມພາ 2018 ເຊິ່ງຈັດຂຶ້ນທີ່ຫ້ອງປະຊຸມຂະແໜງສິ່ງແວດລ້ອມ, ກອງທຶນປົກປັກຮັກສາສິ່ງແວດລ້ອມ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ຄຳປະດິິດ ຄຳມູນເມືອງ ຫົວໜ້າຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ, ພ້ອມດ້ວຍຄະນະວິຊາການສຳລັບໂຄງການສິ່ງແວດລ້ອມ ແລະ ສັງຄົມ ຢູ່ ສປປ ລາວ ໄລຍະ2, ບັນດາຫົວໜ້າ ແລະ ຮອງກົມຕ່າງອ້ອມຂ້າງ ແລະ ຄະນະທີມງານຈາກທະນາຄານໂລກ ເພື່ອເຂົ້າຮ່ວມເປັນສັກຂີພິຍານ ລວມທັງໝົດປະມານ 44 ທ່ານ.
ກຊສ ປິດຊຸດຝຶກອົບຮົມທິດສະດີການເມືອງ 45 ວັນ
ໃນຕອນເຊົ້າຂອງວັນທີ 09 ກຸມພາ 2018 ທີ່ສະໂມສອນ ກົມ ອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ຈັດພິທີປິດຝຶກອົບຮົມທິດສະດີການເມືອງ-ການປົກຄອງ 45 ວັນຂື້ນ ໂດຍການເປັນປະທານຂອງທ່ານ ໄຊຍະເວດ ວິໄຊ ຄະນະປະຈຳພັກ ກຊສ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ທ່ານ ຮອງສາດສະດາຈານ ປອ ສະໝຸດທອງ ສົມພານິດ ຄະນະພັກ, ຮອງສະຖາບັນການເມືອງການປົກຄອງແຫ່ງຊາດ, ມີຄະນະພັກ, ຄະນະພັກຮາກຖານ ແລະ ບັນດາເລຂາໜ່ວຍພັກອ້ອມຂ້າງ ກຊສ, ພ້ອມທັງນັກສຳມະນາກອນເຂົ້າຮ່ວມ, ການຝຶກອົບຮົມໃນຄັ້ງນີ້ແມ່ນໄດ້ດຳເນີນມາແຕ່ ວັນທີ 05 ທັນວາ 2017 ມາເຖິງວັນທີ 09 ກຸມພາ 2018.
ກຊສ ປະການການຈັດຕັ້ງຂັ້ນກົມຫຼາຍຕຳແໜ່ງ
ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ໄດ້ຈັດພິທີ ປະກາດການຈັດຕັ້ງຂັ້ນຫົວໜ້າ ຫ້ອງການ ແລະ ຄະນະກົມ ຫຼາຍຕຳແໜ່ງຂຶ້ນ ໃນວັນທີ 5 ມັງກອນ 2018 ນີ້ ທີ່ກະຊວງ ຊສ ໂດຍມີທ່ານ ສົມມາດ ພົຣເສນາ ລັດຖະມົນຕີກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ມີພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ.
ກຊສ ລະນຶກວັນສາກົນ ຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ
ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໄດ້ຈັດພິທີປາຖະກະຖາ ເນື່ອງໃນໂອກາດລະນຶກວັນສາກົນຢຸດຕິຄວາມຮຸນແຮງຕໍ່ແມ່ຍິງພາຍໃຕ້ຄຳຂວັນ “ບໍ່ປະໃຜໄວ້ເບື້ອງຫຼັງ” ຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງຂື້ນໃນວັນທີ 3 ມັງກອນ 2018 ທີ່ຫໍປະຊຸມ ກະຊວງ ຊັບພະຍາກອນທຳມະຊາດແລະ ສິ່ງແວດລ້ອມ ໂດຍພາຍໃຕ້ການເປັນປະທານ ແລະ ໃຫ້ກຽດປາຖະກະຖາຂອງທ່ານນາງ ບັນດິດ ປະທຸມວັນ ຮອງປະທານ ສູນກາງສະຫະພັນແມ່ຍິງລາວ, ຮອງປະທານຄະນະກຳມະທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ, ມີທ່ານ ນາງ ບຸນຄຳ ວໍລະຈິດ ຮອງລັດຖະມົນຕີ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຜູ້ຊີ້ນຳວຽກສົ່ງເສີມ ຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ກຊສ, ມີບັນດາຫົວໜ້າກົມ, ກອງ, ສະຖາບັນ, ສູນ ແລະ ພ້ອມດ້ວຍພະນັກງານພາຍໃນກະຊວງເຂົ້າຮ່ວມ.
Page 10 of 11