ໜ່ວຍງານວິຊາການ ຄະນະກໍາການຮ່ວມ ຄມສ ລົງຢ້ຽມຢາມສະຖານທີ່ຈະສ້າງ ໂຄງການເຂື່ອນໄຟຟ້າ ພະລັງນໍ້າ ປາກລາຍ
ໃນວັນທີ 6-7 ພະຈິກ 2018, ຄະນະຜູ້ແທນ ໜ່ວຍງານວິຊາການ ຄະນະກໍາມະການຮ່ວມ ຄມສ ໄດ້ລົງຢ້ຽມຢາມສະຖານທີ່ຈະສ້າງໂຄງການເຂື່ອນໄຟຟ້າ ພະລັງນໍ້າ ປາກລາຍ ທີ່ ເມືອງ ປາກລາຍ, ແຂວງ ໄຊຍະບູລີ. ໃຫ້ກຽດເຂົ້າຮ່ວມ ໂດຍ ທ່ານ ເທ ນະວຸດ (Te Navuth), ສະມາຊິກ ຄະນະກໍາມະການຮ່ວມ ຄມສ ສໍາລັບ ປະເທດກໍາປູເຈຍ, ປະທານ ຄະນະກໍາມະການຮ່ວມ ຄມສ ປີ 2018 ພ້ອມດ້ວຍຜູ້ແທນ ທີ່ມາຈາກຂະແໜງການທີ່ກ່ຽວຂ້ອງ ຂອງປະເທດ ສະມາຊິກ ຄມສ ແລະ ພະນັກງານ ກອງເລຂາ ຄມສ ເຂົ້າຮ່ວມທັງໝົດ ປະມານ 70 ກວ່າຄົນ.
ກອງປະຊຸມ ສອງຝ່າຍ ລະຫວ່າງ ກຊສ ແລະ ສ.ເກົາຫລີ
ໃນຕອນເຊົ້າຂອງວັນທີ 5 ພະຈິກ 2018 ໄດ້ມີກອງປະຊຸມ ສອງຝ່າຍ ລະຫວ່າງ ກະຊວງ ຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ແລະ ກະຊວງ ທີ່ດິນ, ພື້ນຖານໂຄງລ່າງ ແລະ ການຄົມມະນາຄົມ ຂອງ ສ ເກົາຫລີ (MOLIT)ໂດຍເປັນກຽດເຂົ້າຮ່ວມກອງປະຊຸມຂອງ ທ່ານ ສົມມາດ ພົລເສນາ ລັດຖະມົນຕີຖະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ທ່ານ ຊອນ ວູຈັນ(Mr Sohn Woojun) ຫົວໜ້າ ຫ້ອງການ ກະຊວງ ທີ່ດິນ, ພື້ນຖານໂຄງລ່າງ ແລະ ການຄົມມະນາຄົມ ຂອງ ສ ເກົາຫລີ (MOLIT), ທ່ານ ວົງເດືອນ ວົງສີຫາລາດ ຫົວໜ້າກົມທີ່ດິນ ກະຊວງ ຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ສປປ ລາວ, ຝ່າຍເກົາຫລີ ປະກອບມີ ຫົວໜ້າກົມ ແລະ ຮອງກົມ ຫົວໜ້າພະແນກ ຮອງຫົວໜ້າພະແນກ ແລະ ຂ່ຽວຊານ ຕ່າງໆ, ພ້ອມທັງ ບັນດາທ່ານ ຫົວໜ້າບໍລິສັດ 18 ບໍລິສັດ ພ້ອມດ້ວມທີມງານ ແລະ ຫົວໜ້າກົມ, ຮອງກົມ ພ້ອມທັງວິຊາການທີ່ກ່ຽວຂ້ອງຂອງພາຍໃນ ກະຊວງ ເຂົ້າຮ່ວມ.
ພຊສ ນະຄອນຫລວງວຽງຈັນ ສ້າງແຜນງານກຳນົດພະນັກງານນຳພາ-ຄຸ້ມຄອງ
ໃນຕອນເຊົ້າຂອງວັນທີ 31 ຕຸລາ 2018 ທີ່ຫ້ອງປະຊຸມ ຫ້ອງວ່າການນະຄອນຫຼວງວຽງຈັນ ໄດ້ມີການຈັກກອງປະຊຸມ ສ້າງແຜນງານກຳນົດພະນັກງານນຳພາ-ຄຸ້ມຄອງ ແລະ ປັບປຸງ ການຈັດຕັ້ງ ຂອງພະແນກ ຊັບພະຍາກອນທຳມະຊາດແລະສິ່ງແວດ້ອມນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ບຸນທອງ ພົມມະຈັນ ຄະນະປະຈຳພັກ ຫົວໜ້າຄະນະຈັດຕັ້ງນະຄອນຫຼວງວຽງຈັນ, ແລະ ເຂົ້າຮ່ວມໂດຍທ່ານ ບຸນທາມ ພຸດທະວົງສາ ຫົວໜ້າພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມນະຄອນຫຼວງວຽງຈັນ ມີ ຮອງກົມ, ຄະນະຮາກຖານ, ຮອງຫົວໜ້າພະແນກ, ຫົວໜ້າ-ຮອງຫົວໜ້າຫ້ອງການ ຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມເກົ້າຕົວເມືອງ ພ້ອມທັງສະມາຊິກພັກ- ພະນັກງານທັງໝົດເຂົ້າຮ່ວມ.
Read more: ພຊສ ນະຄອນຫລວງວຽງຈັນ ສ້າງແຜນງານກຳນົດພະນັກງານນຳພາ-ຄຸ້ມຄອງ
ປະກາດ ຮັບສະຫມັກຕຳແຫນ່ງງານ ໂຄງການ ຄຸ້ມຄອງຊັບພະຍາກອນນໍ້າ ແບບເຊື່ອມສານ ໃນຂົງເຂດແມ່ນໍ້າຂອງຕອນລຸ່ມ ພາກເພີ້ມງົບປະມານ
- ຜູ້ຊ່ວຍ ການເງີນ ແລະ ບໍລິຫານໂຄງການ 1 ຕຳແຫນ່ງ
- ຜູ້ຊ່ວຍ ຈັດຕັ້ງປະຕິບັດໂຄງການ 1 ຕຳແຫນ່ງ
- ພະນັກງານ ສັນຍາຈ້າງໂຄງການ 4 ຕຳແຫນ່ງ
Page 51 of 51