ວຽກງານທີ່ດິນ ແມ່ນວຽກງານໜຶ່ງທີ່ມີຄວາມສຳຄັນ ໃນຂະແໜງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເວົ້າລວມແລ້ວດິນແມ່ນປັດໃຈສຳຄັນຕໍ່ຊະຕາກຳ ທີ່ຕັດສິນເຖິງຄວາມຍືນຍົງຄົງຕົວຂອງປະເທດຊາດ, ເພາະດິນມັນຕິດພັນກັບຊີວິດ-ສັງຄົມ ກໍ່ຄືການດໍາລົງຊີວິດຂອງປະຊາຊົນບັນດາເຜົ່າໃນທົ່ວປະເທດ, ສະນັ້ນ ລັດຖະບານຈຶ່ງໄດ້ຖືວຽກງານບູລິມະສິດ ທີ່ນອນຢູ່ໃນແຜນຍຸດທະສາດຂອງລັດຖະບານໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ.

          ຍ້ອນເຫັນໃນຄວາມສຳຄັນ ຂອງວຽກງານດັ່ງກ່າວນັ້ນ ຄະນະນຳ ຂອງ ກະຊວງ ຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ຈຶ່ງໄດ້ມີຄວາມພະຍາຍາມ, ເອົາໃຈໃສ່ ຊີ້ນຳ-ນຳພາຢ່າງໃກ້ຊິດຕິດແທດ ຕໍ່ໃນວຽກງານ ຄຸ້ມຄອງ ແລະ ບໍລິຫານທີ່ດິນ ໂດຍສະເພາະວຽກງານຂຶ້ນທະບຽນອອກໃບຕາດິນ ຊຶ່ງມັນສະແດງ ຕາມຕົວເລກຜົນທີ່ໄດ້ຮັບຂອງການຈັດຕັ້ງທີ່ກົມທີ່ດິນໄດ້ແຈ້ງໃຫ້ຮູ້ວ່າ ການຈັດຕັ້ງປະຕິບັດວຽກງານ ຂຶ້ນທະບຽນອອກໃບຕາດິນປີ 2018 ສາມາດປະຕິບັດໄດ້ຈໍານວນ 131,308 ຕອນ, ທຽບໃສ່ແຜນການທີ່ສະພາແຫ່ງຊາດຮັບຮອງຈຳນວນ 100,000 ຕອນ ເທົ່າກັບ 131,31% ເມື່ອທຽບໃສ່ຕົວເລກແຜນການສູ້ຊົນຂອງ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່່ງແວດລ້ອມ ໃນຈຳນວນ 139,600 ຕອນ ແມ່ນເທົ່າກັບ 94,06 % ໄປພ້ອມໆກັນກັບຕົວເລກແຜນການສູ້ຊົນ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດແຫ່ງຊາດຄັ້ງທີ VIII ແຕ່ປີ 2016-2020 ສາມາດປະຕິບັດໄດ້ 327,809 ຕອນ, ຖ້າທຽບໃສ່ແຜນການ 5 ປີໃນຈໍານວນ 400,000 ຕອນ ແມ່ນເທົ່າກັບ 81,95% ມາຮອດປັດຈຸບັນສາມາດຕີລາຄາໄດ້ວ່າ ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ແມ່ນໄດ້ລື່ນຄາດໝາຍ ກ່ອນຈະຮອດປີ 2020 ສ່ວນແຜນແບ່ງປັນຕົວເລກຂຶ້ນທະບຽນອອກໃບຕາດິນໃນປີ 2019 ໃນຂອບເຂດທົ່ວປະເທດແມ່ນໄດ້ຈໍານວນ 120,000 ຕອນ.

          ຕໍ່ກັບສາເຫດ ທີ່ພາໃຫ້ການຈັດຕັ້ງປະຕິບັດວຽກງານນີ້ພົ້ນເດັ່ນນັ້ນ ທ່ານ ວົງເດືອນ ວົງສີຫາລາດ ຫົວໜ້າກົມທີ່ດິນໄດ້ໃຫ້ຮູ້ວ່າ: ສາເຫດຫຼັກໆທີ່ພາໃຫ້ ພົ້ນເດັ່ນ ກໍ່ແມ່ນຍ້ອນພັກ ແລະ ລັດຖະບານ ກໍ່ຄືການນຳ ກຊສ, ສະພາແຫ່ງຊາດ, ບັນດາກະຊວງຂະແໜງການທີ່ກ່ຽວຂ້ອງ ຕະຫຼອດຮອດອົງການຈັດຕັ້ງ ສາກົນ ແລະ ຄູ່ຮ່ວມພັດທະນາອື່ນໆ ເຫັນໄດ້ຄວາມສຳຄັນຂອງວຽກງານຂຶ້ນທະບຽນ ອອກໃບຕາດິນ ເພາະເປັນວຽກງານທີ່ສາມາດ ສ້າງລາຍຮັບງົບປະມານແຫ່ງຊາດ ໂດຍກົງ. ສະນັ້ນ ແຕ່ລະພາກສ່ວນ ຈຶງໄດ້ເອົາໃຈໃສ່ ກະຕຸກຊຸກຍູ້, ອຳນວຍຄວາມສະດວກ ແລະ ສະໜັບສະໜູນທາງດ້ານງົບປະມານ ແລະ ວິຊາການໄປພ້ອມໆກັນ ກັບການສ້າງ ບັນດານິຕິກຳ, ດຳລັດ ແລະ ມະຕິຄຳສັ່ງຕ່າງໆໂດຍສະເພາະມະຕິເລກທີ 26/ກມສພ ເພື່ອເປັນເຄື່ອງມື ໃນການໂຄສະນາເຜີຍແຜ່ໃຫ້ແກ່ວຽກງານ ຄຸ້ມຄອງ ແລະ ບໍລິຫານທີ່ດິນ.

          ສາເຫດທີສອງ ແມ່ນຍ້ອນມີການປັບປຸງກົງຈັກການຈັດຕັ້ງ ພະນັກງານທີ່ເຮັດວຽກກ່ຽວກັບທີ່ດິນຂັ້ນສູນກາງຈົນຮອດທ້ອງຖິ່ນຄື: ກົມຄຸ້ມຄອງທີ່ດິນ ໃນເມື່ອ ກ່ອນຮ່ວມເຂົ້າກັບກົມຈັດສັນ ແລະ ພັດທະນາທີ່ດິນ ມາເປັນກົມທີ່ດິນໃນປັດຈຸບັນ, ເຊິ່ງເມື່ອກ່ອນແມ່ນເຮັດວຽກແບບກະແຈກກະຈາຍ, ເຮັດພໍໃຜພໍລາວ ຫັນເຂົ້າມາສູ່ລວງດຽວກັນ ທິດທາງດຽວກັນໂດຍປະຕິບັດໜ້າວຽກຢ່າງມີຈຸດສຸມ ເພື່ອບັນລຸເປົ້າໝາຍດຽວກັນ ອີກສາເຫດໜື່ງກໍ່ຍ້ອນມີການນຳໃຊ້ເຕັກໂນໂລຊີ ແບບໃໝ່ທີ່ທັນສະໃໝ່ ເຂົ້າໃນການສຳຫຼວດ,ວັດແທກ ແຜນທີ່ຕອນດິນ ໃຫ້ມີຄວາມສະດວກ, ວ່ອງໄວຂຶ້ນກວ່າແຕ່ກ່ອນ, ເຮັດໃຫ້ວຽກງານຂຶ້ນທະບຽນ ອອກໃບຕາດິນມີທ່າກ້າວ ແລະ ໄດ້ຮັບການພັດທະນາ ເປັນກ້າວໆ ແລະ ອີກບັນຫາໜຶ່ງກໍຍ້ອນອຳນາດການປົກຄອງທ້ອງຖິ່ນຂັ້ນແຂວງ ແຂວງໃດທີ່ເພີ່ນໃຫ້ ຄວາມສຳຄັນໄດ້ເອົາໃຈໃສ່ ລົງຊີ້ນໍາໂດຍໃຫ້ຊິດຕິດແທດພ້ອມທັງອໍານວຍຄວາມສະດວກດ້ານງົບປະມານ ກໍຄືການຈົດຮັບຈົດຈ່າຍ ແລະ ການບໍລິການອື່ນໆ ແຂວງນັ້ນເຫັນວ່າ ວຽກງານອອກໃບຕາດິນໄປໄດ້ດີກວ່າແຂວງອື່ນ ເຊິ່ງສະແດງອອກຕາມຕົວເລກການຈັດຕັ້ງປະຕິບັດຂອງແຕ່ລະແຂວງດ້ານອັນດີ. ສຸດທ້າຍແມ່ນ ການກະຈາຍວຽກ ຫຼື ການມອບວຽກໃຫ້ທ້ອງຖິ່ນຕາມທິດສາມສ້າງເຊັ່ນວ່າການເຮັດການບໍລິການຢູ່ຂັ້ນເມືອງໃຫ້ມີຄວາມສະດວກ ແລະ ວ່ອງໄວຂຶ້ນຕື່ມ.

          ໄປຄຽງຄູ່ກັບດ້ານຕັ້ງໜ້າ ແລະ ພົ້ນເດັ່ນນັ້ນກໍ່ຍັງມີຂໍ້ຫຍຸ້ງຍາກ ແລະ ຂໍ້ຄົງຄ້າງທີ່ຕ້ອງໄດ້ແກ້ໄຂຕໍ່ກັບບັນຫານີ້ (ທ່ານ ວົງເດືອນ ວົງສີຫາລາດ) ຍັງໃຫ້ຮູ້ຕື່ມ ອີກວ່າ: ບັນຫາເປັນຂໍ້ຄົງຄ້າງຕົ້ນຕໍແມ່ນການນຳເອົາແນວທາງນະໂຍບາຍຂອງພັກ ແລະ ລັດຖະບານໄປຜັນຂະຫຍາຍເຂົ້າສູ່ວຽກງານທີ່ບໍ່ທົ່ວເຖິງ ມາເຮັດເປັນແຜນງານ ໂຄງການຂອດຈຳກັດ, ຍັງຊັກຊ້າບໍ່ວ່ອງໄວ ກັບສະພາບການ ແລະ ອີກບັນຫາໜຶ່ງຄື: ການປະຕິບັດ ກົດໝາຍ ແລະ ບັນດານິຕິກຳຕ່າງໆ ໃນຂົງເຂດບໍລິຫານ ທີ່ດິນນີ້ບໍ່ທັນເຂັ້ມງວດ, ຍັງມີຊ່ອງຫວ່າງ ນອກຈາກນັ້ນຂອດການປະສານງານ ຂະແໜງການກັບຂະແໜງການ ລະຫວ່າງສູນກາງກັບທ້ອງຖີ່ນ ແລະ ຂັ້ນທ້ອງຖິ່ນ ກັບທ້ອງຖິ່ນ ກໍຍັງເຮັດບໍ່ທັນໄດ້ດີເທົ່າທີ່ຄວນ ເປັນຕົ້ນແມ່ນການສະໜອງຂໍ້ມູນຍັງຊັກຊ້າ, ຂໍ້ມູນບໍ່ຊັດເຈນ ແລະ ບໍ່ມີຄວາມເປັນເອກະພາບດ້ານຂໍ້ມູນຕົວເລກອື່ນໆ. ສະນັ້ນຈຶ່ງເຮັດໃຫ້ວຽກງານດັ່ງກ່າວມີຄວາມຫຍຸ້ງຍາກ ແລະ ມີຂໍ້ຄົງຄ້າງ ທີ່ຕ້ອງໄດ້ແກ້ໄຂ. ຕໍ່ກັບດ້ານຕັ້ງໜ້າ ແລະ ທາງດ້ານຫຍໍ້ທໍ້ນີ້ລັດຖະບານກໍ່ຄື: ຄະນະນຳຂອງ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ລວມທັງຂະ    ແໜງການທີ່ກ່ຽວຂ້ອງກໍ່ໄດ້ມີຄວາມພະຍາຍາມ ໃນການແກ້ໄຂບັນຫາໂດຍສະເພາະແມ່ນ ເລັງໃສ່ການສ້າງບັນດານິຕິກຳ ແລະ ມີການປັບປຸງກົດໝາຍວ່າດ້ວຍທີ່ດິນບາງມາດຕາໃຫ້ສອດຄ່ອງເພື່ອໃຫ້ສະພາຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການ, ທັງນີ້ກໍ່ເພື່ອເປັນເຄື່ອງມື, ເປັນກົນໄກຂັບເຄື່ອນໃນການຄຸ້ມຄອງ ແລະ ບໍລິຫານທີ່ດິນໃຫ້ມີປະສິດທິພາບຍິ່ງໆຂຶ້ນ.