ກອງປະຊຸມລັດພາຄີສົນທິສັນຍາ ວ່າດ້ວຍ ການປ່ຽນແປງດິນຟ້າອາກາດ ຄັ້ງທີ 24 ຫຼື (COP24) ໄດ້ຈັດ ຂຶ້ນໃນລະຫວ່າງ ວັນທີ 2-14 ທັນວາ 2018 ທີ່ ເມືອງກາໂຕວິເຊ, ປະເທດໂປໂລຍ ໂດຍການເປັນເຈົ້າພາບຂອງ ລັດຖະບານໂປໂລຍ. ກອງປະຊຸມຄັ້ງນີ້ມີຜູ້ເຂົ້າຮ່ວມຈາກບັນດາປະເທດທີ່ເປັນລັດພາຄີ ຂອງສົນທິສັນຍາດັ່ງກ່າວ ຈຳນວນ 196 ປະເທດ ແລະ ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດ ລັດຖະບານ, ພາກສ່ວນທຸລະກິດ ແລະ ບັນດາສຳນັກຂ່າວຕ່າງໆຈາກທົ່ວໂລກ ຈຳນວນທັງໝົດ 18.420 ຄົນ.

ຄະນະຜູ້ແທນຈາກ ສປປ ລາວ ນຳພາໂດຍ ທ່ານ ນ. ບຸນຄໍາ ວໍລະຈິດ ຮອງລັດຖະມົນຕີ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ຄະນະຜູ້ແທນປະກອບມີ ກະຊວງ ການຕ່າງປະເທດ, ກະຊວງ ກະສິກໍາ ແລະ ປ່າໄມ້, ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ແລະ ກະຊວງ ສາທາລະນະສຸກ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ເພື່ອ:

  • ສືບຕໍ່​ການປຶກສາຫາລືກົນໄກດ້ານຕ່າງໆໃນ​ການຈັດຕັ້ງປະຕິບັດສັນຍາປາຣີ ວ່າດ້ວຍ ການປ່ຽນແປງດິນ ຟ້າອາກາດ (Paris Agreement) ​ໂດຍ​ສະ​ເພາະ ​ບົດແນະນໍາການຈັດຕັ້ງປະຕິບັດ​ແຜນງານ ພາຍໃຕ້ ສັນຍາປາຣີ (Paris Agreement Rule Book) ໂດຍການມີສ່ວນຮ່ວມນໍາກັນຂອງທຸກພາກສ່ວນ ເພື່ອຈໍາກັດການເພີ່ມຂື້ນຂອງອຸນຫະພູມສະເລ່ຍຂອງໂລກບໍ່ໃຫ້ສູງຂື້ນເກີນ 2 ອົງສາເຊ;
  • ທົບທວນ ແລະ ຕີລາຄາຄືນການຈັດຕັ້ງປະຕິບັດວຽກງານຕ່າງໆ ພາຍໃຕ້ ສົນທິສັນຍາ ວ່າດ້ວຍ ການ ປ່ຽນແປງດິນຟ້າອາກາດ ແລະ ອະນຸສັນຍາກຽວໂຕ ວ່າດ້ວຍ ການຄວບຄຸມການປ່ອຍທາດອາຍເຮືອນແກ້ວ.

ເພື່ອບັນລຸຈຸດປະສົງ ແລະ ຄາດໝາຍ, ກອງ​ປະຊຸມໄດ້ສຸມໃສ່ດຳເນີນ​ການ​ປຶກສາ​ຫາລື ​ແລະ ເຈລະຈາກັນ ເປັນ 2 ວາລະ ຄື: ລະດັບວິຊາການ ແລະ ລະດັບປະມຸກລັດ ຫຼື ຫົວໜ້າລັດຖະບານ ແລະ ລັດຖະມົນຕີ ໂດຍມອບໃຫ້ 3 ຄະນະກຳມະການ ພາຍໃຕ້ ສົນທິສັນຍາ ເປັນຜູ້ດໍາເນີນການ ຄື:

  • ຄະນະກຳມະການ ​ດ້ານ​ການຈັດ​ຕັ້ງ​ປະຕິບັດ​ສົນທິສັນຍາ (SBI);
  • ຄະນະ​ກຳມະການ​ ໃຫ້ການ​ແນະນຳ​ດ້ານ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ (SBSTA);
  • ຄະນະ​ກຳມະການ​ ສະ​ເພາະ​ກິດ ເພື່ອການຜັນຂະຫຍາຍສັນຍາປາຣີ (APA).

ໃນກອງປະຊຸມລະດັບສູງ, ທ່ານ ນ. ບຸນຄໍາ ວໍລະຈິດ ຮອງລັດຖະມົນຕີ ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃນນາມຫົວໜ້າຄະນະຜູ້ແທນ ສປປ ລາວ ກໍ່ໄດ້ຂື້ນກ່າວປາໄສ ໂດຍໄດ້ສະແດງທັດສະນະ ຂອງ ລັດຖະບານແຫ່ງ ສປປ ລາວ ໃນການດຳເນີນການຈັດຕັ້ງປະຕິບັດ ແລະ ແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ຮ່ວມກັບປະຊາຄົມໂລກ ເປັນຕົ້ນ: ໄດ້ຖືເປັນໜຶ່ງໃນວຽກງານບູລິມະສິດສຳຄັນ ແລະ ມີຄວາມພະຍາຍາມ ສູງຕໍ່ການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ແລະ ໄດ້ເຊື່ອມສານເອົາວຽກງານດັ່ງກ່າວເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຂອງຊາດ ລວມທັງ ການສ້າງແຜນງານແຫ່ງຊາດການປະກອບສ່ວນແກ້ໄຂບັນຫາ ການປ່ຽນແປງດິນຟ້າອາກາດ (NDC) ເພື່ອກະກຽມຈັດຕັ້ງປະຕິບັດສັນຍາປາຣີ ໃນປີ 2020.​ ພ້ອມດຽວກັນນັ້ນ ກໍ່ໄດ້ແຈ້ງໃຫ້ກອງປະຊຸມຊາບ ກ່ຽວກັບ ສປປ ລາວ ໄດ້ໃຫ້ສັດຕະຍາບັນ ຕໍ່ອະນຸສັນຍາກຽວໂຕ ວ່າດ້ວຍ ການຄວບຄຸມການປ່ອຍທາດອາຍເຮືອນ ແກ້ວ (ສະບັບປັບປຸງ) ຫຼື ຂໍ້ຕົກລົງແກ້ໄຂໂດຮາ ແລ້ວ ໃນວັນທີ 5 ທັນວາ 2018.

 ກອງປະຊຸມຄັ້ງນີ້ໄດ້ຮັບຮອງເອົາ:

  • ຫຼັກການ ແລະ ລະບຽບການຕ່າງໆ ຂອງ ບົດແນະນໍາໃນການຈັດຕັ້ງປະຕິບັດແຜນງານ ພາຍໃຕ້ ສັນຍາ ປາຣີ ວ່າດ້ວຍ ການປ່ຽນແປງດິນຟ້າອາກາດ (Paris Agreement Rule Book) ເພື່ອເປັນນິຕິກໍາ ໃຫ້ແກ່ລັດພາຄີໃນການຈັດຕັ້ງຜັນຂະຫຍາຍສັນຍາປາຣີ ໃນປີ 2020 ເປັນຕົ້ນ: ວຽກງານການປັບຕົວ ເຂົ້າກັບການປ່ຽນແປງດິນຟ້າອາກາດ (Adaptation), ວຽກງານຫຼຸດຜ່ອນການປ່ອຍທາດອາຍເຮືອນແກ້ວ (Mitigation) ທີ່ເປັນສາເຫດຕົ້ນຕໍ ກໍ່ໃຫ້ເກີດສະພາວະໂລກຮ້ອນ, ການເງິນ, ການພັດທະນາ ແລະ ການຖ່າຍທອດເຕັກໂນໂລຊີ, ການສ້າງຄວາມສາມາດ, ຄວາມໂປ່ງໃສໃນການດຳເນີນການ ແລະ ການສະໜັບສະໜູນ. ບົນພື້ນຖານການຈັດຕັ້ງປະຕິບັດຮ່ວມກັນ ແລະ ມີຄວາມຮັບຜິດຊອບທີ່ແຕກຕ່າງກັນ ຕາມຄວາມສາມາດຂອງແຕ່ລະປະເທດ ເພື່ອແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ;
  • ຜົນຂອງການ​ປຶກສາ​ຫາລື ແລະ ເຈລະຈາ ພາຍໃຕ້ ​ແຜ​ນງານ TALANOA ທີ່​ສະ​ເໜີ​ໂດຍ​ປະທານ ກອງປະຊຸມຄັ້ງທີ 23 ​ເພື່ອ​ສົ່ງ​ເສີມ​​ການ​ຈັດ​ຕັ້ງ​ປະຕິບັດ​ສັນຍາ​ປາຣີ ວ່າດ້ວຍ ການປ່ຽນແປງດິນຟ້າອາກາດ ແລະ ຄວາມພະຍາຍາມໃນການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ໂດຍການຈໍາກັດ ການເພີ່ມຂື້ນຂອງອຸນຫະພູມສະເລ່ຍຂອງໂລກ ບໍ່ໃຫ້ເກີນ 1.5 ອົງສາເຊ;
  • ຖະແຫຼງການໂປໂລຍ ວ່າດ້ວຍ ຄວາມສາມັກຄີເພື່ອການຂ້າມຜ່ານ (Solidarity and Just Transition Silesia Declaration) ເພື່ອສືບຕໍ່ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດສັນຍາປາຣີ;
  • ກົນໄກການເງິນໄລຍະຍາວ  ເພື່ອຊຸກຍູ້ການລະດົມທຶນໃຫ້ໄດ້ 100 ຕື້ ໂດລາສະຫະລັດ ຕໍ່ປີ ນັບແຕ່ປີ 2020 ເປັນຕົ້ນໄປ ເພື່ອສະໜັບສະໜູນ ການຈັດຕັ້ງປະຕິບັດສັນຍາປາຣີ, ຊຶ່ງໃນນີ້ໄດ້ສະແດງຄວາມຊົມເຊີຍການປະກອບສ່ວນທຶນ ເຂົ້າໃນກອງທຶນການປ່ຽນແປງດິນຟ້າອາກາດສາກົນ (GCF) ຂອງ ລັດຖະບານເຢຍລະມັນ ຈໍານວນ 1.500 ລ້ານ ເອີໂຣ ແລະ ລັດຖະບານນອກເວ ຈໍານວນ 500 ລ້ານ ເອີໂຣ;
  • ກອງທຶນການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ (AF) ເປັນກົນໄກການເງີນໜຶ່ງເພີ່ມເຕີມໃນການຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດວຽກງານຕ່າງໆ ພາຍໃຕ້ ສັນຍາປາຣີ;
  • ການສະເໜີໃຫ້ປະເທດຕ່າງໆ ສືບຕໍ່ການສ້າງແຜນ​ງານ​ແຫ່ງ​ຊາດການ​ປັບ​ຕົວ​ເຂົ້າ​ກັບ​ການ​ປ່ຽນ​ແປງ​ດິນຟ້າ​ອາກາດ (NAP) ໂດຍສາມາດຂໍທຶນສະໜັບສະໜູນ ການສ້າງແຜນງານດັ່ງກ່າວໄດ້ຈາກກອງທຶນການປ່ຽນແປງດິນຟ້າອາກາດສາກົນ (GCF) ໃນຈໍານວນບໍ່ເກີນ 3 ລ້ານ ໂດລາສະຫະລັດ ໃນບ້ວງການ ກະກຽມ ແລະ ສ້າງຄວາມພ້ອມຂອງປະເທດ;
  • ການສ້າງຕັ້ງຄະນະວິຊາການ ສໍາລັບຊຸມຊົນທ້ອງຖິ່ນ ແລະ ຊົນເຜົ່າພື້ນເມືອງ ຜູ້ທີ່ໄດ້ຮັບຜົນກະທົບໂດຍກົງຈາກການປ່ຽນແປງດິນຟ້າອາກາດ ໂດຍປະກອບມີ 14 ທ່ານ ຈາກລັດພາຄີເປັນຄະນະ (Local Communities and Indigenous Peoples Platform Facilitative Working Group);
  • ແຜນການຈັດກອງປະຊຸມ ລັດພາຄີສົນທິສັນຍາ ວ່າດ້ວຍ ການປ່ຽນແປງດິນຟ້າອາກາດ ຄັ້ງທີ 25 ໂດຍປະເທດຊິເລ ເປັນເຈົ້າພາບ ໃນເດືອນ ທັນວາ 2019.​

ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ຄະນະຜູ້ແທນ ສປປ ລາວ ຍັງໄດ້ພົບປະສອງຝ່າຍກັບ ກອງທຶນສິ່ງແວດລ້ອມໂລກ (GEF) ເພື່ືອປຶກສາຫາລື ກ່ຽວກັບ ການສະໜັບສະໜູນທຶນໃນການຈັດຕັ້ງປະຕິບັດວຽກງງານ ການປ່ຽນແປງດິນຟ້າອາກາດ ຂອງ ສປປ ລາວ. ນອກຈາກນັ້ນຍັງໄດ້ເຂົ້າຮ່ວມກອງປະຊຸມລະດັບສູງຄັ້ງທີ 6 ຂອງ ບັນດາປະເທດຄູ່ຮ່ວມພັດທະນາໂຄງການຫຼຸດຜ່ອນການປ່ອຍທາດອາຍເຮືອນແກ້ວ (JCM) ຂອງ​ ປະ​ເທດຍີ່​ປຸ່ນ.

ສໍາລັບວຽກງານທີ່ສໍາຄັນອັນໜຶ່ງໂດຍຈະເປັນກອບນິຕິກໍາໃນການເຄື່ອນໄຫວ ສປປ ລາວ ກໍາລັງດໍາເນີນ ການຮ່າງກົດໝາຍ ວ່າດ້ວຍ ໄພພິບັດ ແລະ ການປ່ຽນແປງດິນຟ້າອາກາດ ເພື່ອນໍາສະເໜີຜ່ານສະພາແຫ່ງຊາດ ພິຈາລະນາ ໃນທ້າຍເດືອນ ເມສາ 2019.