ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ VIII ໃນຕອນເຊົ້າວັນທີ 10 ມິຖຸນາ 2019 ພາຍໃຕ້ການ ເປັນປະທານ ຂອງ ທ່ານ ບຸນປອນ ບຸດຕະນະວົງ, ຮອງປະທານ ສະພາແຫ່ງຊາດ ໄດ້ຮັບຟັງການລາຍງານ ຂອງ ທ່ານ ສົມມາດ ພົລເສນາ, ລັດຖະມົນຕີ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກ່ຽວກັບການຄຸ້ມຄອງການອອກໃບຕາດິນຊໍ້າ ຊ້ອນ ໃນໄລຍະຜ່ານມາ ແລະ ມາດຕະການ ແກ້ໄຂໃນຕໍ່ໜ້າ. ກ່ຽວກັບການຄຸ້ມຄອງການອອກໃບຕາດິນ ແລະ ໃບຕາດິນຊໍ້າຊ້ອນ ໃນໄລຍະຜ່ານມາ ແລະ ມາດຕະການແກ້ໄຂໃນຕໍ່ໜ້າເຫັນວ່າ ລັດ ຖະບານ ກໍ່ຄື ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ມີຄວາມພະຍາຍາມສູງໃນການຈັດຕັ້ງປະຕິບັດວຽກງານການຄຸ້ມຄອງການອອກໃບຕາດິນໃນໄລຍະຜ່ານມາຊຶ່ງມາຮອດປັດຈຸບັນສາມາດຂຶ້ນສຳມະໂນທີ່ດິນໄດ້ 3.061.616 ຕອນ, ອອກໃບຕາດິນ ໃນທົ່ວປະເທດໄດ້ແລ້ວ 1.290.243 ຕອນ, ໄດ້ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມສະພາແຫ່ງຊາດສະບັບເລກທີ 098/ສພຊ, ລົງວັນທີ 28 ມິຖຸນາ 2018 ວ່າດ້ວຍແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ ໂດຍໄດ້ອອກຂໍ້ຕົກລົງ ຂອງ ທ່ານນາຍົກລັດຖະມົນຕີວ່າດ້ວຍການແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ ສະບັບເລກທີ 10/ນຍ, ລົງວັນທີ 5 ກຸມພາ 2019 ແລະ ມະຕິ ເລກທີ 099/ສພຊ, ລົງວັນທີ 28 ພະຈິກ 2018 ກ່ຽວກັບຄາດໝາຍດ້ານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ໄດ້ເອົາໃຈໃສ່ ແກ້ໄຂບັນຫາ ການອອກໃບຕາດິນຊໍ້າຊ້ອນ ໃນຂອບເຂດທົ່ວປະເທດ, ໂດຍມີຜົນສຳເລັດດີ ພໍສົມຄວນ ຊຶ່ງເຮັດໃຫ້ວຽກງານ ຄຸ້ມຄອງການນຳໃຊ້ທີ່ດິນ ພາຍໃນປະເທດເຮົາ ດຳເນີນໄປ ດ້ວຍບາດກ້າວທີ່ດີຂຶ້ນ.

ອັນພົ້ນເດັ່ນກວ່າໝູ່ແມ່ນ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຄົ້ນຄວ້ານຳໃຊ້ເຄື່ອງມືອອກໃບຕາດິນທີ່ທັນສະໄໝ ສາມາດປະຕິບັດການອອກໃບຕາດິນໄດ້ເກີນແຜນທີ່ສະພາແຫ່ງຊາດຮັບຮອງ 38,6% ໃນປີ 2017 ແລະ 33,2% ໃນປີ 2018; ນອກນີ້ ຍັງໄດ້ອອກຂໍ້ຕົກລົງ ສະບັບເລກທີ 55/ນຍ, ລົງວັນທີ 25 ກໍລະກົດ 2017 ແຕ່ງຕັ້ງ ຄະນະສະເພາະກິດເພື່ອດຳເນີນການກວດກາ, ສຶກສາ, ຄົ້ນຄວ້າ ແລະ ວິໄຈບັນຫາທີ່ດິນ ໃນຂອບເຂດທົ່ວປະເທດ, ແກ້ໄຂສະພາບການອອກໃບຕາດິນຊໍ້າຊ້ອນໄດ້ຢ່າງທັນການ, ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດໃນແຕ່ລະໄລຍະ.

ພ້ອມດຽວກັນນັ້ນ, ກໍ່ໄດ້ມີຄວາມພະຍາຍາມ ແກ້ໄຂບັນຫາທີ່ເປັນຫາງສຽງຂອງສັງຄົມ ແລະ ປະກົດການຫຍໍ້ທໍ້ຈາກຂໍ້ຂັດແຍ່ງກ່ຽວກັບທີ່ດິນພາຍໃນຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໃຫ້ຫຼຸດລົງເທື່ອລະກ້າວ. ແຕ່ອີງໃສ່ຂໍ້ມູນຄຳຮ້ອງຂໍຄວາມເປັນທຳຂອງປະຊາຊົນ ໃນຂອບເຂດທົ່ວປະເທດກ່ຽວກັບບັນຫາທີ່ດິນ ໃນໄລຍະຜ່ານມາ ແລະ ອີງຕາມຄວາມຮຽກຮ້ອງ ຕ້ອງການຕົວຈິງໃນປັດຈຸບັນ ເຫັນວ່າ ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງການອອກໃບຕາດິນໃນໄລຍະຜ່ານມາຍັງເຮັດບໍ່ທັນໄດ້ດີເທົ່າທີ່ຄວນ, ຍັງມີຊ່ອງຫວ່າງ ແລະ ເກີດມີບັນຫາ ທີ່ສັບສົນ ໂດຍສະເພາະການອອກໃບຕາດິນ ຊໍ້າຊ້ອນ, ອັນພາໃຫ້ເກີດມີຂໍ້ຂັດແຍ່ງກັນ, ເກີດມີການສະເໜີ, ການຮ້ອງຟ້ອງ ແລະ ການຮ້ອງຂໍຄວາມເປັນທຳກ່ຽວກັບທີ່ດິນຂອງບຸກຄົນ ແລະ ນິຕິບຸກຄົນທີ່ນຳໄປຄໍ້າປະກັນການກູ້ຢືມເງິນກັບທະນາຄານທຸລະກິດ ແລະ ສະຖາບັນການເງິນ ໃນຂອບເຂດທົ່ວປະເທດ, ມີທັງໝົດ 425.812 ລາຍການ, ໃນນັ້ນເອກະສານທີ່ດິນ ທີ່ບໍ່ແມ່ນໃບຕາດິນມີທັງໝົດ 13.878 ລາຍການ, ເຫັນມີເອກະສານທີ່ດິນຊໍ້າຊ້ອນ ຫຼື ໃບຕາດິນຊໍ້າຊ້ອນ ທັງໝົດ 153 ກໍລະນີ ໃນນີ້ໄດ້ຈາກການລາຍງານ ຂອງສະມາຊິກສະພາແຫ່ງຊາດທີ່ເປັນກຳມະການ ຂອງກຳມາທິການປະຈຳຢູ່ເຂດເລືອກຕັ້ງຈຳນວນ 37 ກໍລະນີ, ໄດ້ຈາກທະນາຄານແຫ່ງ ສປປ ລາວ ແລະ ບັນດາທະນາຄານທຸລະກິດໃນຂອບເຂດ ທົ່ວປະເທດຈຳນວນ 116 ກໍລະນີ (ບໍ່ນັບ ກໍລະນີມີໃບຕາດິນຊໍ້າຊ້ອນທີ່ໄປກູ້ຢືມເງິນນຳສະຖາບັນການເງິນ ແລະ ການປ່ອຍກູ້ນອກລະບົບ), ໃນນີ້ແຂວງທີ່ມີໃບຕາດິນຊໍ້າຊ້ອນຫຼາຍກວ່າໝູ່ ແມ່ນ ແຂວງສະຫວັນນະເຂດ ແລະ ຮອງລົງມາ ແມ່ນນະຄອງຫຼວງວຽງຈັນ ຊຶ່ງມີຄວາມຈຳເປັນ ຕ້ອງໄດ້ຮັບການແກ້ໄຂໂດຍໄວ.

 ສາເຫດຕົ້ນຕໍທີ່ພາໃຫ້ເກີດມີການອອກໃບຕາດິນຊໍ້າຊ້ອນສັງລວມໄດ້ດັ່ງນີ້:

  1. ການກວດກາ ແລະ ການເກັບຂໍ້ມູນທີ່ດິນ ບໍ່ຊັດເຈນ.
  2. ການເກັບກຳຂໍ້ມູນເອກະສານທີ່ພົວພັນ ກັບທີ່ດິນຍັງບໍ່ເປັນລະບົບ.
  3. ການອອກໃບຕາດິນບໍ່ປະຕິບັດຕາມ ຂັ້ນຕອນທີ່ກຳນົດໄວ້ໃນກົດໝາຍ ແລະ ລະບຽບ ການຢ່າງເຂັ້ມງວດ, ເປັນຕົ້ນມາດຕາ 49, 50 ຂອງກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງ ປີ 2003. ການອອກໃບຕາດິນບາງກໍລະນີ ບໍ່ມີການກວດກາພິສູດຫຼັກຖານໃຫ້ແນ່ນອນຊຶ່ງເປັນສາເຫດໜຶ່ງທີ່ພາໃຫ້ມີການນຳເອົາເອກະສານທີ່ດິນໄປ ອອກໃບຕາດິນຊໍ້າຊ້ອນ.
  4. ຍັງບໍ່ມີເຄື່ອງມືທີ່ທັນສະໄໝໃນການສຳຫຼວດ, ວັດແທກ ແລະ ອອກໃບຕາດິນ.
  5. ກົນໄກການປະສານງານລະຫວ່າງອົງການ ອອກໃບຕາດິນ ແລະ ຜູ້ຮັບໃບຕາດິນ ເພື່ອເປັນຫຼັກຊັບຄໍ້າປະກັນບໍ່ທັນເປັນລະບົບ.
  6. ການເຜີຍແຜ່ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍກ່ຽວກັບທີ່ດິນຍັງບໍ່ທັນທົ່ວເຖິງ, ນິຕິກຳໃນການຄຸ້ມຄອງທີ່ດິນມີຫຼາຍແຕ່ບັນດານິຕິກຳດັ່ງກ່າວຍັງບໍ່ທັນມີການເຜີຍແຜ່ຢ່າງກວ້າງ ຂວາງເທົ່າທີ່ຄວນ ເຮັດໃຫ້ປະຊາຊົນບັນດາເຜົ່າ ໃນຫຼາຍເຂດຍັງບໍ່ທັນມີຄວາມເຂົ້າໃຈກ່ຽວກັບກຳມະສິດທີ່ດິນຖືເບົາຕໍ່ກັບການອອກໃບຕາດິນ, ບໍ່ເຂົ້າຮ່ວມກວດກາຄວາມຖືກຕ້ອງຂອງຕອນດິນຕິດກັນຊຶ່ງເຮັດໃຫ້ເປັນຊ່ອງຫວ່າງໜຶ່ງໃຫ້ກຸ່ມຄົນບໍ່ດີ ສວຍໃຊ້ໂອກາດດັ່ງກ່າວອອກໃບຕາດິນເກີນເຂດ.
  7. ພະນັກງານ-ລັດຖະກອນຈຳນວນໜຶ່ງ ທີ່ມີສ່ວນກ່ຽວຂ້ອງກັບການອອກໃບຕາດິນຍັງຖືເບົາຈັນຍາບັນ ຈັນຍາທຳຂອງຕົນບໍ່ເຂັ້ມງວດ ໃນການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກຳ ໃຕ້ກົດໝາຍທີ່ວາງອອກ.