ລັດຖະບານ ສປປ ລາວ ໄດ້ຮັບການຊ່ວຍເຫຼືອທາງດ້ານເຕັກນິກ ແລະ ທຶນຮອນ ຈາກກອງທຶນສິ່ງແວດລ້ອມໂລກ ແລະ ແຫຼ່ງທຶນຂອງທະນາຄານໂລກໃນລະດັບພາກພື້ນ ເພື່ອຈັດຕັ້ງປະຕິບັດໂຄງການສິ່ງແວດລ້ອມ ແລະ ສັງຄົມ ໄລຍະ 2 (ຄສລ 2).
ຈຸດປະສົງເພື່ອ “ສ້າງຄວາມເຂັ້ມແຂງໃຫ້ລະບົບການຄຸ້ມຄອງສິ່ງແວດລ້ອມ ໂດຍສະເພາະແມ່ນການອະນຸລັກປ່າສະຫງວນ, ການບັງຄັບໃຊ້ກົດໝາຍສັດນໍ້າ ແລະ ສັດປ່າ, ການຄຸ້ມຄອງການປະເມີນຜົນກະທົບສິ່ງແວດລ້ອມ-ສັງຄົມ” ມີໄລຍະການຈັດຕັ້ງປະຕິບັດ 7 ປີ ເລີ່ມວັນທີ 1 ສິງຫາ 2015 ເຖິງ 30 ມິຖຸນາ 2021 ໂດຍມີງົບປະມານ 41,83 ລ້ານໂດລາສະຫະລັດ.
ອົງປະກອບຂອງ ຄສລ 2 ມີຄື:
-
ການພັດທະນາການຈັດຕັ້ງ ແລະ ສ້າງຄວາມສາມາດແຫ່ງຊາດ;
-
ຄຸ້ມຄອງສັດປ່າ ແລະ ປ່າສະຫງວນ;
-
ການບໍລິຫານໂຄງການ ແລະ ການສ້າງຄວາມສາມາດໃຫ້ ກອງທຶນປົກປັກຮັກສາສິ່ງແວດລ້ອມ.
ໂຄງການ ຄສລ2 ໄດ້ແບ່ງໂຄງການຍ່ອຍອອກເປັນ 4 ກຸ່ມຄື: (1) ການຄຸ້ມຄອງປ່າສະຫງວນ, (2) ເຄືອຂ່າຍ Lao WEN, (3) ວາງແຜນ ແລະ ຄຸ້ມຄອງສິ່ງແວດລ້ອມ ແລະ (4) ການສ້າງຄວາມເຂັ້ມແຂງ.