ຄວາມເປັນມາ
ລັດຖະບານ ສປປ ລາວ ໄດ້ຮັບທຶນຊ່ວຍເຫຼືອຈາກທະນາຄານໂລກ ເພື່ອຈັດຕັ້ງປະຕິບັດໂຄງການ ຄຸ້ມຄອງຊັບພະຍາກອນນ້ຳແບບເຊື່ອມສານ ໃນຂົງເຂດແມ່ນໍ້າຂອງຕອນລຸ່ມ ໄລຍະ 1 (M-IWRM) ໃນວັນທີ 8 ກຸມພາ 2012 ມູນຄ່າ 18 ລ້ານໂດລາສະຫະລັດ, ໄລຍະການຈັດຕັ້ງປະຕິບັດ 2012-2017 ປະກອບມີ 3 ອົງປະກອບຫຼັກທີ່ໄດ້ຮັບການຈັດຕັ້ງປະຕິບັດຢູ່ 3 ອົງການຄື: ອົງປະກອບທີ 1 ຖືກຈັດຕັ້ງປະຕິບັດໂດຍຄະນະກຳມາທິການແມ່ນໍ້າຂອງສາກົນ (MRCs), ສ່ວນອົງປະກອບທີ 2 ແລະ 3 ຖືກຈັດຕັ້ງປະຕິບັດໂດຍ ລັດຖະບານແຫ່ງ ສປປ ລາວ ໂດຍຜ່ານ 2 ກະຊວງຄື: ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (MONRE) ແລະ ກະຊວງກະສິກໍາ ແລະ ປ່າໄມ້ (MAF). ເຖີງວ່າ ໂຄງການຈະມີຜົນສຳເລັດ ໃນລະດັບດີໃນການຈັດຕັ້ງປະຕິບັດ ໃນໄລຍະ ທີ 1 ແຕ່ໂຄງການຍັງມີຄວາມຈຳເປັນ ທີ່ຕ້ອງການ ງົບປະມານເພີ້ມ ເພື່ອສືບຕໍ່ວຽກທີ່ຄົງຄ້າງ, ສະນັ້ນ ລັດຖະບານ ສປປ ລາວ ຈຶ່ງສະເໜີຂໍງົບປະມານເພີ້ມ ເພືີ່ມຈັດຕັ້ງປະຕິບັດໂຄງການ ໄລຍະ 2 ຫຼື ພາກເພີ້ມງົບປະມານ (MIWRM-AF) ຈຸດປະສົງເພື່ອ ສືບຕໍ່ຈັດຕັ້ງປະຕິບັດວຽກງານຂອງອົງປະກອບ 2 ແລະ 3 ໂດຍສະເພາະວຽກງານຄຸ້ມຄອງຊັບພະຍາກອນນ້ຳແບບເຊື່ອມສານໃນລະດັບພາກພື້ນ, ລະດັບຊາດ ແລະ ລະດັບທ້ອງຖິ່ນ ເພື່ອປະກອບສ່ວນເຂົ້າໃນການພັດທະນາອ່າງຮັບນ້ຳໃຫ້ມີຄວາມຍືນຍົງ ໃນຂົງເຂດອ່າງແມ່ນ້ຳຂອງຕອນລຸ່ມ ແລະ ເພື່ອຂະຫຍາຍຂອບເຂດພື້ນທີ່ການຈັດຕັ້ງປະຕິບັດໂຄງການ. ມີໄລຍະການຈັດຕັ້ງປະຕິບັດ 4 ປີ ເລີ່ມວັນທີ 24 ກໍລະກົດ 2017 ເຖິງວັນທີ 31 ມີນາ 2021 ໂດຍມີງົບປະມານ 25 ລ້ານໂດລາສະຫະລັດ.
ຂໍ້ມູນພື້ນຖານຂອງໂຄງການ
ຊື່ໂຄງການ : |
ໂຄງການ ຄຸ້ມຄອງ ຊັບພະຍາກອນນໍ້າ ແບບເຊື່ອມສານ ໃນຂົງເຂດແມ່ນໍ້າຂອງຕອນລຸ່ມ ພາກເພີ້ມງົບປະມານ (Mekong Integrated Water Resources Management Project, Additional Financing, MIWRM-AF) |
ລະຫັດໂຄງການ : |
P159447 |
ມູນຄ່າລວມໂຄງການ : |
25ລ້ານໂດລາສະຫະລັດ |
ປະເພດຂອງທືນ |
ທຶນກູ້ຢືມ |
ຜູ້ໃຫ້ທຶນ: |
ທະນາຄານໂລກ |
ໄລຍະເວລາ : |
2017– 2021 |
ຜູ້ຊີ້ນໍາໂຄງການ (Project Director) |
ທ່ານ ວິລະນະ ສອນນະສິນ, ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ |
ຜູ້ຄຸ້ມຄອງໂຄງການ (Project Manager) |
ທ່ານ ບຸນປະກອນ ພົງພິຈິດ, ຫົວໜ້າພະແນກຄຸ້ມຄອງການລົງທຶນຂອງລັດ, ກົມແຜນການ ແລະ ການຮ່ວມມື, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ |
ອົງການຈັດຕັ້ງປະຕິບັດ ໂຄງການ ແລະ ອົງປະກອບ : |
ກະຊວງຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມ
ກະຊວງກະສິກຳ ແລະ ປ່າໄມ້
|