ຝຶກອົບຮົມ ວຽກງານກວດກາພັກ-ລັດ ຂອງຂະແໜງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
- Details
- Written by ພະແນກ ຂ່າວສານ ແລະ ອິນເຕີເນັດ
ໃນຕອນເຊົ້າຂອງວັນທີ 11 ມີນາ 2019, ຢູ່ທີ່ຫ້ອງປະຊຸມ ສູນຝຶກອົບຮົມ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຈັດໃຫ້ມີການຝຶກອົບຮົມ ວຽກງານກວດກາພັກ-ລັດ ໃຫ້ພະນັກງານ ລັດຖະກອນ ທີ່ເຮັດວຽກງານກວດກາຂອງບັນດາກົມ, ກອງ ພາຍໃນກະຊວງ ເຊິ່ງໄດ້ໄຂຂື້ນຢ່າງເປັນທາງການ ໃນທ່າມກາງບັນຍາກາດທົ່ວພັກທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນທັງຊາດພວມຕັ້ງໜ້າຄົ້ນຄວ້າເຊື່ອມຊືມ, ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດ 5 ປີ ຄັ້ງທີ VIII ເຂົ້າສູ່ພາກຕົວຈິງຂອງ ແຕ່ລະຂະແໜງການ ແລະ ທ້ອງຖິ່ນ.
Read more: ຝຶກອົບຮົມ ວຽກງານກວດກາພັກ-ລັດ ຂອງຂະແໜງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ພຊສ ນະຄອນຫລວງວຽງຈັນ ສ້າງແຜນງານກຳນົດພະນັກງານນຳພາ-ຄຸ້ມຄອງ
- Details
- Written by ພະແນກ ຂ່າວສານ ແລະ ອິນເຕີເນັດ
ໃນຕອນເຊົ້າຂອງວັນທີ 31 ຕຸລາ 2018 ທີ່ຫ້ອງປະຊຸມ ຫ້ອງວ່າການນະຄອນຫຼວງວຽງຈັນ ໄດ້ມີການຈັກກອງປະຊຸມ ສ້າງແຜນງານກຳນົດພະນັກງານນຳພາ-ຄຸ້ມຄອງ ແລະ ປັບປຸງ ການຈັດຕັ້ງ ຂອງພະແນກ ຊັບພະຍາກອນທຳມະຊາດແລະສິ່ງແວດ້ອມນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ບຸນທອງ ພົມມະຈັນ ຄະນະປະຈຳພັກ ຫົວໜ້າຄະນະຈັດຕັ້ງນະຄອນຫຼວງວຽງຈັນ, ແລະ ເຂົ້າຮ່ວມໂດຍທ່ານ ບຸນທາມ ພຸດທະວົງສາ ຫົວໜ້າພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມນະຄອນຫຼວງວຽງຈັນ ມີ ຮອງກົມ, ຄະນະຮາກຖານ, ຮອງຫົວໜ້າພະແນກ, ຫົວໜ້າ-ຮອງຫົວໜ້າຫ້ອງການ ຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມເກົ້າຕົວເມືອງ ພ້ອມທັງສະມາຊິກພັກ- ພະນັກງານທັງໝົດເຂົ້າຮ່ວມ.
Read more: ພຊສ ນະຄອນຫລວງວຽງຈັນ ສ້າງແຜນງານກຳນົດພະນັກງານນຳພາ-ຄຸ້ມຄອງ
ພຊສ ແຂວງ ຫຼວງນ້ຳທາ ຈັດກອງປະຊຸມ ສະຫຼຸບ ວຽກງານ ປະຈຳປີ 2018 ແລະ ທິດທາງແຜນການ ປະຈຳປີ 2019
- Details
- Written by ພະແນກ ຂ່າວສານ ແລະ ອິນເຕີເນັດ
ໃນຕອນເຊົ້້າຂອງວັນທີ 10 ມັງກອນ 2019 ຜ່ານມານີ້ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຫຼວງນ້ຳທາ ໄດ້ຈັດກອງປະຊຸມສະຫຼຸບ ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານປະຈຳປີ 2018 ແລະ ທິດທາງແຜນການປະຈຳປີ 2019, ຢູ່ທີ່ຫ້ອງປະຊຸມຂອງ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ໃຫ້ກຽດເປັນປະທານກອງປະຊຸມໂດຍ ທ່ານ ຮສ ປອ ຄຳເຫຼັກ ໄຊດາລາ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ; ເປັນກຽດເຂົ້າຮ່ວມກອງປະຊຸມຄັ້ງນີ້ມີ ທ່ານ ສົມມາດ ພົລເສນາ ກຳມະການສູນກາງພັກ, ລັດຖະມົນຕີ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ມີຫົວໜ້າກົມ, ຮອງຫົວໜ້າກົມ ຈາກ ກະຊວງ ຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ, ມີຮອງຫົວໜ້າ ພຊສ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ ຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ 5 ເມືອງ ພາຍໃນແຂວງຫຼວງນ້ຳທາ ຕະຫຼອດຮອດບັນດາຫົວໜ້າຂະແໜງ, ຮອງຂະແໜງ ພາຍໃນ ພຊສ ເຂົ້າຮ່ວມ ທັງໝົດ 48 ທ່ານ, ຍິງ 5 ທ່ານ.
Read more: ພຊສ ແຂວງ ຫຼວງນ້ຳທາ ຈັດກອງປະຊຸມ ສະຫຼຸບ ວຽກງານ ປະຈຳປີ 2018 ແລະ ທິດທາງແຜນການ ປະຈຳປີ 2019
ພິທີປະກາດແຕ່ງຕັ້ງ ຮອງຫົວໜ້າ ພະແນກ ຊັບນະຄອນຫຼວງວຽງຈັນ
- Details
- Written by ພະແນກ ຂ່າວສານ ແລະ ອິນເຕີເນັດ
ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຈັດພິທີ ປະກາດການແຕ່ງຕັ້ງຮອງຫົວໜ້າ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂຶ້ນໃນວັນທີ 15 ກຸມພາ 2019 ທີ່ຫ້ອງປະຊຸມ ພຊສ ນະຄອນຫຼວງວຽງຈັນ. ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ແກ້ວພິລາວັນ ອາໄພລາດ ຮອງເລຂາຄະນະພັກ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ມີຮອງຫົວໜ້າກົມ ຈັດຕັ້ງ ແລະ ພະນັກງານ ກຊສ, ຮອງຫົວໜ້າຄະນະຈັດຕັ້ງ ນະຄອນຫຼວງ, ຄະນະບໍລິຫານງານພັກນະຄອນຫຼວງ ຫົວໜ້າພະແນກ ຊສ ນະຄອນຫຼວງວຽງຈັນ, ທ່ານເຈົ້າເມືອງ, ຮອງເຈົ້າເມືອງ, ຄະນະພັກຮາກຖານ, ຄະນະພະແນກ ຊສ ນະຄອນຫຼວງ, ຫົວໜ້າຂະແໜງ, ຫົວໜ້າຫ້ອງການ ຊສ, ຮອງຫົວໜ້າ ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ 9 ຕົວເມືອງເຂົ້າຮ່ວມ.
Read more: ພິທີປະກາດແຕ່ງຕັ້ງ ຮອງຫົວໜ້າ ພະແນກ ຊັບນະຄອນຫຼວງວຽງຈັນ
ພິທີປະກາດແຕ່ງຕັ້ງທ່ານຮອງລັດຖະມົນຕີ ກຊສ
- Details
- Written by ພະແນກ ຂ່າວສານ ແລະ ອິນເຕີເນັດ
ພິທີປະກາດແຕ່ງຕັ້ງຮອງລັດຖະມົນຕີ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຄົນໃໝ່ ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 17 ທັນວາ 2018 ທີ່ຫ້ອງປະຊຸມໃຫຍ່ ກຊສ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ສົມມາດ ພົລເສນາ ກຳມະການສູນກາງພັກ, ລັດຖະມົນຕີ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ມີບັນດາ ຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມ, ກອງ, ສູນ, ສະຖາບັນ ແລະ ຄະນະພະແນກ ພາຍໃນ ກຊສ ເຂົ້າຮ່ວມ.
Page 10 of 22