ບັນຫາກິ່ນຂິວຮຸນແຮງ ຈາກໂຮງງານຜະລິດນ້ຳກ້ອນ ຕັ້ງຢູ່ບ້ານດົງປ່າແຫຼບ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ
- Details
- Written by ພະແນກ ຂ່າວສານ ແລະ ອິນເຕີເນັດ
ໃນວັນທີ 27 ກັນຍາ 2019 ໄດ້ເກີດເຫດການຮົ່ວໄຫຼ ຂອງການເຕີມນ້ຳຢາ ອາໂມເນຍ (NH4) ຈາກໂຮງງານຜະລິດນໍ້າກ້ອນ ຕັ້ງຢູ່ບ້ານດົງປ່າແຫຼບ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ ພາໃຫ້ເກີດມີກີ່ນຂິວແຮງ ຢູ່ອ້ອມແອມບໍລິເວນຂອງໂຮງງານ ທີ່ມີບ້ານເຮືອນປະຊາຊົນຕັ້ງຢູ່ຫນາແຫນ້ນ ໂດຍສະເພາະ ແມ່ນໂຮງ ຮຽນຫງຽນຢູ ທີ່ມີນັກຮຽນ 1000 ປາຍ. ໃນນີ້, ມີນັກຮຽນ 105 ຄົນ (ຍີງ 59 ຄົນ) ທີ່ມີອາການວີນຫົວ, ເຈັບຄໍ, ເຈັບຕາ. ສະນັ້ນ, ທາງໂຮງຮຽນ ຈຶ່ງປິດການຮຽນການສອນ. ພາຍຫລັງເກີດເຫດດັ່ງກ່າວ, ກົມນະໂຍບາຍ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃນນາມເປັນຫົວໜ້າຄະນະທີ 3 ຂອງຄະນະຮັບຜິດຊອບຕິດຕາມ ແກ້ໄຂເຫດສຸກເສີນດ້ານສິ່ງ ແວດລ້ອມ ໄດ້ປະສານສົມທົບກັບ ກອງຕິດຕາມກວດກາ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ແລະ ຫ້ອງການ ຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ ລົງເກັບກຳຂໍ້ມູນ ແລະ ພົບວ່າ: ໂຮງງານດັ່ງກ່າວ ແມ່ນດຳເນີນທຸລະກິດແບບຄອບຄົວ, ໄດ້ຮັບໃບອະນຸຍາດດຳເນີນກິດຈະການໂຮງງານ ຈາກຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງຈັນທະບູລີ ອອກໃຫ້ປີ 2019, ໃບທະບຽນວິສາຫະກິດ ຈາກຫ້ອງການ ອຸດສາຫະກຳ ແລະ ການຄ້າ ເມືອງ ຈັນທະບູລີ ອອກໃຫ້ປີ 2014. ສຳລັບໃບຢັ້ງຢືນກ່ຽວກັບສິ່ງແວດລ້ອມ ແມ່ນບໍ່ຍັງໄດ້ຮັບການອະນຸຍາດເທື່ອ. ຜ່ານການສອບຖາມນາຍບ້ານຕື່ມ ເຫັນວ່າ ໂຮງງານດັ່ງກ່າວ ສົ່ງກິ່ນຂິວແຕ່ປີ 2015 ເຊິ່ງທາງ ຫ້ອງການ ບ້ານ ດົງປ່າແຫຼບ ໄດ້ສົ່ງໜັງສືຫາຫ້ອງການ ຊັບພະ ຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງຈັນທະບູລີ ເພື່ອລົງມາແກ້ໄຂບັນຫາກິ່ນຂິວ ແຕ່ບໍ່ໄດ້ຮັບການແກ້ໄຂ.
ປະຫວັດຄວາມເປັນມາ ຂອງການສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ ວັນທີ 5 ມິຖຸນາ ຂອງທຸກໆປີ
- Details
- Written by ພະແນກ ຂ່າວສານ ແລະ ອິນເຕີເນັດ
ນັບຕັ້ງແຕ່ ອົງການຈັດຕັ້ງສາກົນ ເພື່ອການອະນຸລັກທຳມະຊາດ ໄດ້ຈັດກອງປະຊຸມຄັ້ງປະຖົມມະເລີກ ກ່ຽວກັບ ການສຶກສາດ້ານສິ່ງແວດລ້ອມຂຶ້ນ ໃນປີ 1948, ວຽກງານດັ່ງກ່າວ ໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ພ້ອມດຽວກັນນັ້ນ ກໍ່ໄດ້ຮັບຮອງເອົາ ນະໂຍບາຍພື້ນຖານສຳຄັນ, ເກີດມີຂະບວນການເຄື່ອນໄຫວຕ່າງໆ, ຜູ້ມີສ່ວນຮ່ວມໃໝ່ໄດ້ປະກົດຂຶ້ນ ແລະ ໄດ້ນຳສະເໜີ ຫົວຂໍ້ໃໝ່ໆ ເຊັ່ນ: ການສຶກສາເພື່ອການພັດທະນາແບບຍືນຍົງ. ພາຍຫຼັງ ອົງການສະຫະປະຊາຊາດ ໄດ້ຈັດກອງປະຊຸມສຸດຍອດໂລກ ກ່ຽວກັບ ສິ່ງແວດລ້ອມຂອງມະນຸດ ໃນປີ 1972, ທີ່ ສະຕ໋ອກໂຮມ, ປະເທດ ສະວີເດັນ. ກອງປະຊຸມ ໄດ້ຮັບຮອງເອົາ ການສຶກສາສິ່ງແວດລ້ອມສໍາລັບທຸກຄົນ ໂດຍສະເພາະ ແມ່ນສຳລັບເດັກນ້ອຍ ແລະ ໄວໜຸ່ມ ເຊິ່ງເປັນເວທີ ທີ່ໄດ້ສົ່ງເສີມວຽກງານການສຶກສາດ້ານສິ່ງແວດລ້ອມ ເປັນຄັ້ງປະຫວັດສາດ, ພ້ອມດຽວກັນນີ້ ກອງປະຊຸມດັ່ງກ່າວ ຍັງໄດ້ຮັບຮອງເອົາ ວັນທີ 5 ມິຖຸນາ ເປັນວັນສິ່ງແວດລ້ອມໂລກ. ດັ່ງນັ້ນ, ນັບແຕ່ ປີ 1972 ເປັນຕົ້ນມາ ບັນດາປະເທດຕ່າງໆຢູ່ໃນໂລກ ກໍ່ໄດ້ຮ່ວມກັນ ສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ເຊິ່ງປີ 2019 ນີ້ ໄດ້ຄົບຮອບ 47 ປີ.
ປຶກສາຫາລື ຄົ້ນຄວ້າກ່ຽວກັບ ຫົວຂໍ້ຝຶກອົບຮົມ ເພື່ອການກະກຽມສ້າງຫຼັກສູດກໍ່ສ້າງ ແລະ ບຳລຸງພະນັກງານ
- Details
- Written by ພະແນກ ຂ່າວສານ ແລະ ອິນເຕີເນັດ
ໃນຕອນເຊົ້າຂອງວັນທີ 12 ມິຖຸນາ 2019, ສູນຝຶກອົບຮົມ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຈັດກອງປະຊຸມປຶກສາຫາລື ຄົ້ນຄວ້າກ່ຽວກັບ ຫົວຂໍ້ຝຶກອົບຮົມ ເພື່ອການ ກະກຽມສ້າງຫຼັກສູດ ກໍ່ສ້າງ ແລະ ບຳລຸງພະນັກ ງານ ຂອງຂະແໜງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໂດຍການເປັນປະທານ ຂອງ ທ່ານ ໄຊຍະເວດ ວິໄຊ, ຄະນະປະຈຳພັກ ກຊສ, ຫົວໜ້າ ກົມຈັດຕັ້ງ-ພະນັກງານ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ທ່ານ ຫົງທອງ ພູນສະຫວັດ ຫົວໜ້າ ສູນຝຶກອົບຮົມ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ. ມີຕາງຫ້ອງການ, ກົມ, ສະຖາບັນ, ສູນ, ກອງ, ບັນດາທ່ານປະລິນຍາເອກພາຍໃນ ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ວິທະຍາໄລເຕັກນິກສັບພະວິຊາ ລວມ ທັງໝົດ 60 ກວ່າທ່ານ ເຂົ້າຮ່ວມ.
Page 9 of 22
Latest Articles
- ກອງປະຊຸມສະຫຼຸບຖອດຖອນບົດຮຽນ ກ່ຽວກັບ ຜົນການກວດກາ ໂຄງການເຊົ່າ ແລະ ສໍາປະທານທີ່ດິນລັດ ໃນກິດຈະການຕ່າງໆ ຈຳນວນ 438 ໂຄງການ ຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງໃນທົ່ວປະເທດ
- ບັນດາຜົນງານ ຂອງ ໂຄງການ MIWRM-AF
- ບົດລາຍງານສັງລວມຫຍໍ້ ໂຄງການທີ່ໄດ້ຮັບໃບຢັ້ງຢືນ ກ່ຽວກັບ ສິ່ງແວດລ້ອມ
- ໂຄງການ ສ້າງຄວາມເຂັ້ມແຂງ ໃນການຄຸ້ມຄອງ ສິ່ງແວດລ້ອມ ແລະ ສັງຄົມ ພຊສ ແຂວງ ສະຫວັນນະເຂດ
- ໂຄງການ ສ້າງຄວາມເຂັ້ມແຂງ ໃນການຄຸ້ມຄອງ ສິ່ງແວດລ້ອມ ແລະ ສັງຄົມ ພຊສ ແຂວງ ຄຳມ່ວນ