



ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອເປີດກ້ວາງໃນການປຶກສາຫາລື ແລະ ປະກອບຄໍາເຫັນໃສ່ເນື້ອໃນຂອງບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມແບບລະອຽດ ແລະ ແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ ຂອງໂຄງການດັ່ງກ່າວ ໃຫ້ມີຄວາມເປັນເອກະພາບ ແລະ ມີເນື້ອໃນຄົບຖ້ວນ ກ່ອນການພິຈາລະນາຮັບຮອງ. ກອງປະຊຸມໄດ້ຍົກໃຫ້ເຫັນເຖິງບາງບັນຫາທີ່ເຈົ້າຂອງໂຄງການຈະຕ້ອງໄດ້ປັບປຸງຄືນໃຫມ່ ເປັນຕົ້ນແມ່ນ ໃຫ້ມີແຜນການປະກອບສ່ວນໃນການພັດທະນາພື້ນຖານໂຄງລ່າງຂອງບ້ານທີ່ຢູ່ໃນເຂດໂຄງການ, ແຜນການຍົກຍ້າຍຈັດສັນຍົກຍ້າຍປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການ ຕ້ອງໄດ້ເອົາໃຈໃສ່ໃນການຮັບປະກັນເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນມີຊີວິດການເປັນຢູ່ດີຂຶ້ນກ່ວາເກົ່າ. ໃນນັ້ນ, ກອງປະຊຸມໄດ້ສະເໜີໃຫ້ທາງໂຄງການມີແຜນ ແລະ ມາດຕະການຮັບມືເຫດການສຸກເສີນ, ແຜນການບໍລິຫານຈັດການນໍ້າຂອງເຂື່ອນໃຫ້ລະອຽດ ແລະ ຄວນມີການກໍານົດສະຖານີວັດແທກນໍ້າ ເພື່ອຕິດຕາມປະລິມານນໍ້າຂຶ້ນລົງໃນເຂດທີ່ໄດ້ຮັບຜົນກະທົບຈາກໂຄງການ.
ໃນຕອນທ້າຍຂອງກອງປະຊຸມ, ທ່ານ ພູວົງ ຫຼວງໄຊຊະນະ, ຮອງລັດຖະມົນຕີ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ໃຫ້ຄຳເຫັນຕໍ່ກອງປະຊຸມຄັ້ງນີ້ວ່າ: ທາງໂຄງການຍັງຈະຕ້ອງໄດ້ປັບປຸງຫຼາຍບັນຫາໃນບົດປະເມີນຜົນກະທົບ ແລະ ແຜນຄຸ້ມຄອງສິ່ງແວດລ້ອມ ດ່ັງກ່າວ ໂດຍສະເພາະແມ່ນ ຜົນກະທົບທາງດ້ານຊັບພະຍາກອນທຳມະຊາດ, ຊັບພະຍາກອນນໍ້າ ກໍ່ຄື ລະບົບນິເວດ ຍັງມີຫຼາຍອັນຕ້ອງເອົາໃຈໃສ່ປັບປຸງຕາມການສະເໜີຂອງບັນດານັກວິຊາການ ອັນພິເສດສຳຄັນກໍ່ແມ່ນ ຄຳຄິດຄຳເຫັນຈາກສອງແຂວງ ເຊິ່ງແມ່ນເລື່ອງຜົນກະທົບຕໍ່ສິ່ງແວດລ້ອມທາງສັງຄົມ ທີ່ຈະຕ້ອງມີການຍົກຍ້າຍຈັດສັນຂອງປະຊາຊົນ ອັນນີ້ເປັນໝາກຫົວໃຈສຳຄັນຂອງການປະເມີນຜົນກະທົບຂອງໂຄງການພັດທະນາໃດໜຶ່ງ ຖ້າຫາກມີການຍົກຍ້າຍ ຕ້ອງໄດ້ເອົາໃຈໃສ່ໃນການຮັບປະກັນເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນມີຊີວິດການເປັນຢູ່ດີຂຶ້ນກ່ວາເກົ່າ ພິເສດໄປກວ່ານັ້ນ ສອງເມືອງທີ່ຖືກຜົນກະທົບຂອງໂຄງການ ແມ່ນຍັງມີຄວາມທຸກຍາກ ຈຶ່ງຈໍາເປັນຕ້ອງມີ ແຜນພັດທະນາພື້ນຖານໂຄງລ່າງ. ນອກຈາກນັ້ນ, ທ່ານຮອງລັດຖະມົນຕີ ຍັງໄດ້ເນັ້ນຫນັກໃຫ້ເຈົ້າຂອງໂຄງການ ກວດຄືນຂໍ້ມູນທັງໝົດນັບທັງຕົວເລກຂອງປະຊາຊົນ, ບ້ານເຮືອນ ທີ່ຖືກຜົນກະທົບ ແລະ ເນື້ອທີດິນທີ່ໄດ້ຮັບຜົນກະທົບຈາກໂຄງການ ເພື່ອໃຫ້ຖືກຕ້ອງ ແລະ ສອດຄ່ອງກັບສະພາບປະຈຸບັນ ທີ່ບາງອັນອາດມີການປ່ຽນແປງແລ້ວໃນສອງສາມປີຜ່ານມາ ອັນທີ່ສຳຄັນແມ່ນເຂດພື້ນທີ່ການຍົກຍ້າຍຈັດສັນ ໃຫ້ໄດ້ຮັບການຢັ້ງຢືນຈາກອຳນາດການປົກຄອງ ແລະ ຂະແໜງການທີ່ກ່ຽວຂ້ອງ ສະນັ້ນ ຈຶ່ງຂໍໃຫ້ທາງເຈົ້າຂອງໂຄງການ ກວດກາ ແລະ ຢັ້ງຢືນຄືນ. ສ່ວນຄໍາເຫັນທີ່ຊັດເຈນຄື ຫົວໜ້າກົມສິ່ງແວດລ້ອມ ໄດ້ສັງລວມຄືນໃນກອງປະຊຸມຄັ້ງນີ້ ໝາຍຄວາມວ່າ ໃຫ້ທາງໂຄງການກວດຄືນຫມົດ ເພາະມາຮອດປະຈຸບັນ ມີການປ່ຽນແປງໄປຫຼາຍ ແລະ ໜ້າວຽກສໍາຄັນອີກອັນໜຶ່ງທີ່ຕ້ອງໄດ້ຮີບຮ້ອນປະຕິບັດແມ່ນ ການແຕ່ງຕັ້ງຄະນະກຳມະການທົດແທນຄ່າເສຍຫາຍ ແລະ ຈັດສັນຍົກຍ້າຍປະຊາຊົນ ຂັ້ນແຂວງ ຮັບຜິດຊອບໃນການຈັດຕັ້ງປະຕິບັດວຽກ ຮ່ວມກັບ ເຈົ້າຂອງໂຄງການດັ່ງກ່າວ ໃຫ້ວຽກງານຂອງໂຄງການສາມາດດໍາເນີນຕາມແຜນ, ມີຄວາມຊັດເຈນ ແລະ ຖືກຕ້ອງຕາມສະພາບຄວາມເປັນຈິງ ຍ້ອນໄດ້ຮັບການມີສ່ວນຮ່ວມຈາກພາກສ່ວນທີ່ກ່ຽວຂ້ອງ.
ກອງປະຊຸມໄດ້ສິ້້ນສຸດໃນວັນດຽວກັນ ແລະ ໄດ້ຮັບຜົນສໍາເລັດຕາມຄາດໝາຍ.





