ໃນລະຫວ່າງ ວັນທີ 12-13 ຕຸລາ 2021, ທ່ານ ນາງ ບຸນຄໍາ ວໍລະຈິດ, ລັດຖະມົນຕີ ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຊິ່ງປະກອບດ້ວຍ ຜູ້ຕາງໜ້າຈາກ ກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ, ກົມປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້ ແລະ ກົມທີ່ກ່ຽວຂ້ອງພາຍໃນ ກຊສ ເຂົ້າຮ່ວມກອງປະຊຸມ ຜູ້ແທນລະດັບສູງ ວ່າດ້ວຍ ຊີວະນາໆພັນ ຄັ້ງທີ 15 (High Level Segment of UN Biodiversity Conference-COP15) ໃນຮູບແບບກອງປະຊຸມທາງໄກ. ກອງປະຊຸມຄັ້ງນີ້ ໄດ້ຈັດຂຶ້ນທີ່ ນະຄອນຄຸນໝິງ ສປ ຈີນ ໂດຍການເປັນເຈົ້້າພາບ ຂອງ ກະຊວງນິເວດ ແລະ ສິ່ງແວດລ້ອມ ສປ ຈີນ ຮ່ວມກັບ ກອງເລຂາ ສົນທິສັນຍາ ຊີວະນາໆພັນ ແລະ ມີບັນດາປະເທດທີ່ເປັນພາຄີ ຂອງສົນທິສັນຍາ ວ່າດ້ວຍ ຊີວະນາໆພັນ ຈຳນວນປະມານ 109 ປະເທດ ແລະ ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງຈໍານວນໜຶ່ງເຂົ້າຮ່ວມ.
 
 
 

  
       ກອງປະຊຸມດັ່ງກ່າວ ຖືວ່າເປັນພາກທໍາອິດຂອງກອງປະຊຸມ ລັດພາຄີຄັ້ງທີ 15 (COP15) ເຊິ່ງຈັດຂຶ້ນ ສໍາລັບຜູ້ແທນລະດັບສູງເຂົ້າຮ່ວມໂດຍສະເພາະ ເພື່ອເປັນການຮັກສາບັນຍາກາດທາງການເມືອງໃນການ ສົ່ງເສີມການຈັດຕັ້ງປະຕິບັດຂອບດໍາເນີນງານດ້ານຊີວະນາໆພັນໂລກ ຫຼັງປີ 2020 (Post-2020 Global Biodiversity Framework) ທີ່ຈະຖືກຮັບຮອງຢ່າງເປັນທາງການໃນພາກທີສອງຂອງກອງປະຊຸມ COP15 ທີ່ຈະຈັດຂຶ້ນໃນຕົ້ນປີ 2022 ພາກທໍາອິດຂອງກອງປະຊຸມ COP15 ນີ້ ເປັນເວທີໃຫ້ແກ່ບັນດາຜູ້ແທນ ແຕ່ລະປະເທດ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງໄດ້ປຶກສາຫາລືແບບລົງເລິກກ່ຽວກັບບັນຫາ ແລະ ສິ່ງທ້າທາຍທີ່ເກີດຂຶ້ນໃນຊ່ວງການແຜ່ລະບາດຂອງພະຍາດ ໂຄວິດ-19 ພ້ອມທັງນໍາສະເໜີການປະຕິບັດ ພັນທະໃນວຽກງານຊີວະນາໆພັນ ແລະ ການຮ່ວມມືຫຼາຍຝ່າຍເພື່ອຢຸດຢັ້ງການສູນເສຍ ແລະ ຟື້ນຟູຊີວະນາໆພັນໃຫ້ໄດ້ພາຍໃນປີ 2030 ແລະ ການກ້າວໄປສູ່ເສັ້ນທາງຕາມວິໄສທັດ 2050 ‘ການຢູ່ຮ່ວມຢ່າງກົມກຽວກັບທໍາມະຊາດ’ “Living in Harmony with Nature”.
 
 
   ເພື່ອຕອບສະໜອງຈຸດປະສົງຂອງກອງປະຊຸມ ຕາງໜ້າລັດຖະບານ ສປປ ລາວ ໂດຍ ທ່ານ ນາງ ບຸນຄໍາ ວໍລະຈິດ, ລັດຖະມົນຕີ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ມີທັດສະນະ ປະກອບຄຳເຫັນຕໍ່ເວທີດັ່ງກ່າວ ໂດຍຍົກໃຫ້ເຫັນຄວາມພະຍາຍາມ ແລະ ຄວາມເອົາໃຈໃສ່ ຂອງ ລັດຖະບານແຫ່ງ ສປປ ລາວ ໃນການປະກອບສ່ວນພັນທະໃນການປົກປັກຮັກສາຊີວະນາໆພັນໃນໄລຍະ ຜ່ານມາວ່າ: ສປປ ລາວ ໄດ້ຕັ້ງໜ້າຈັດຕັ້ງປະຕິບັດ ອະນຸສັນຍາວ່າດ້ວຍຊີວະນາໆພັນ (Convention on Biological Diversity) ໂດຍການສ້າງແຜນປະຕິບັດງານວ່າດ້ວຍຊີວະນາໆພັນແຫ່ງຊາດ 2016-2025, ສ້າງລະບົບອຸທິຍານແຫ່ງຊາດ, ສ້າງຄວາມເຂັ້ມແຂງໃນການຄຸ້ມຄອງປ່າສະຫງວນ, ການຈັດຕັ້ງ ປະຕິບັດລະບຽບ ແລະ ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ແລະ ຊັບພະຍາກອນ ທຳມະຊາດ. ເຊິ່ງສະແດງອອກຄື: ນັບຕັ້ງແຕ່ປີ 2019 ເປັນຕົ້ນມາ ສປປ ລາວ ໄດ້ປະກາດ ອຸທິຍານແຫ່ງຊາດ 5 ແຫ່ງ ແລະ 1 ໃນອຸທິຍານແຫ່ງຊາດຂອງ ສປປ ລາວ ໄດ້ຖືກສະເໜີໃຫ້ ເປັນມໍລະດົກໂລກທາງດ້ານການປົກປັກຮັກສາຊີວະນາໆພັນໂລກ. ນອກຈາກນັ້ນ, ສປປ ລາວ ຍັງໄດ້ສ້າງກົນໄກຕ່າງໆ ໂດຍການ ເຊື່ອມສານວຽກງານການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ການປົກປັກຮັກສາສິ່ງແວດລ້ອມ ເຂົ້າໃນຍຸດທະສາດການພັດທະນາສີຂຽວ ແລະ ຍືນຍົງ ໂດຍສະເພາະແມ່ນ ແຜນພັດທະນາເສດຖະກິດສັ່ງຄົມ 5 ປີຄັ້ງທີ 9 2021-2025 ແລະ ໄດ້ຢືນຢັນຕໍ່ກອງປະຊຸມວ່າຈະສືບຕໍ່ຮ່ວມມື ກັບ ອົງການຈັດຕັ້ງສາກົນ ແລະ ປະເທດຕ່າງໆໃນໂລກ ໃນການປົກປັກຮັກສາ ຊັບພະຍາກອນທຳມະຊາດ ເພື່ອຮັບປະກັນໃຫ້ສາມາດບັນລຸເປົ້າໝາຍການ ພັດທະນາແບບຍືນຍົງໃນປີ 2030 ແລະ ໄດ້ສະເໜີໃຫ້ ບັນດາອົງການຈັດຕັ້ງສາກົນ ເພີ່ມທະວີ ຄວາມພະຍາຍາມ ໃນການປະກອບສ່ວນ ແລະ ຊ່ວຍເຫຼືອ ສປປ ລາວ ແລະ ພາກພື້ນ ໃນການຟື້ນຟູ ຊີວະນາໆພັນ ແລະ ລະບົບນິເວດ ຕາມທີ່ໄດ້ລະບຸໄວ້ໃນ ວິໄສທັດຊີວະນາໆພັນຮອດປີ 2050 ດ້ວຍການເລີ່ມລົງມືຈັດຕັ້ງປະຕິບັດໄປແຕ່ດຽວນີ້.
 
   ໃນກອງປະຊຸມຄັ້ງນີ້ ບັນດາປະເທດພາຄີ ຂອງສົນທິສັນຍາ ວ່າດ້ວຍ ຊີວະນາໆພັນ ແລະ ບັນດາອົງການຈັດຕັ້ງທີ່ກ່ຽວຂ້ອງ ໄດ້ຮັບຮອງເອົາ ຖະແຫຼງການ ຄຸນໝິງ ວ່າດ້ວຍ ການປົກປັກຮັກສາຊີວະນາໆພັນ ເພື່ອເປັນແນວທາງໃນການ ຈັດຕັ້ງປະຕິບັດກອບວຽກຊີວະນາໆພັນ ໂລກ ຫຼັງປີ 2020 (Post-2020 Global Biodiversity Framework) ແນໃສ່ ການປົກປັກຮັກສາ ແລະ ຄຸ້ມຄອງ ຊີວະນາໆພັນ ໃຫ້ມີປະສິດທິພາບສູງຂື້ນ ໂດຍການສ້າງລະບົບທີ່ມີປະສິດທິພາບຂອງເຂດ ອານຸລັກ ແລະ ຊີວານາໆພັນ ສາຍພັນຫວງຫ້າມ ແລະ ເພີ່ມທະວີການມີສ່ວນຮ່ວມຂອງຫຼາຍພາກສ່ວນ ເຂົ້າໃນວຽກງານປົກປັກຮັກສາຊີວະນາໆພັນໂລກ. ພິເສດ ໃນກອງປະຊຸມຄັ້ງນີ້ ທ່ານ ປະທານ ສີ ຈິ້ນຜີງ, ປະທານປະເທດ ສປ ຈີນ ໄດ້ປະກາດໃນກອງປະຊຸມ ຜູ້ນຳສຸດຍອດ ຂອງສົນທິສັນຍາຊີວະນາໆພັນ (CBD Leader Summit) ໃນວັນທີ 12 ຕຸລາ 2021 ວ່າຈະສ້າງຕັ້ງກອງທຶນ ຊີວະນາໆພັນຄຸນໝິງ (Kunming Biodiversity Fund) ແລະ ສປ ຈີນ ຈະປະກອບສ່ວນ 1.5 ຕື້ຢວນ ຫຼື ປະມານ 230 ລ້ານໂດລາສະຫະລັດ ເຂົ້າໃນກອງທຶນດັ່ງກ່າວເພື່ອຊ່ວຍບັນດາປະເທດກໍາລັງພັດທະນາ ໃນການປົກປັກຮັກສາຊີວະນາໆພັນ.