-
Details
-
Written by ຜູ້ບໍລິຫານລະບົບ
-
- ສະເໜີປັບປຸງແກ້ໄຂ, ສ້າງ ຫຼື ຍົກເລີກບັນດານະໂຍບາຍ, ແຜນຍຸດທະສາດ, ນິຕິກຳທີ່ຕິດພັນກັນກັບການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ;
- ອອກຂໍ້ຕົກລົງ, ຄຳສັ່ງ, ແຈ້ງການ ແລະ ຄຳແນະນຳ ເພື່ອຄຸ້ມຄອງມະຫາພາກ ໃນການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ;
- ໃຫ້ການບໍລິການທາງດ້ານວິຊາການ ແລະ ແກ້ໄຂບັນຫາ ທີ່ຕິດພັນກັບການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຕາມຂອບເຂດສິດຂອງຕົນ;
- ອອກ ຫຼື ໂຈະຊົ່ວຄາວ ຫຼື ຖາວອນ ຫຼື ຖອນໃບອະນຸຍາດໃຫ້ຜູ້ປະກອບການ ເຮັດການບໍລິການດ້ານສິ່ງແວດລ້ອມ, ໃບຢັ້ງຢືນຮັບຮອງເອົາ ບົດລາຍງານ ແລະ ເອກະສານຕ່າງໆ ທີ່ຕິດພັນກັບການຄຸ້ມຄອງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ;
- ເກັບຄ່າທຳນຽມ ແລະ ຄ່າບໍລິການ ກ່ຽວກັບ ວຽກງານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຕາມກົດໝາຍ ແລະ ລະບຽບການ;
- ສະເໜີຍົກເລີກຊົ່ວຄາວ ຫຼື ຖາວອນ ຫຼື ຖອນໃບຢັ້ງຢືນ, ໃບອະນຸຍາດ, ໃບທະບຽນດຳເນີນທຸລະກິດ ແລະ ກິດຈະການຕ່າງໆ ທີ່ຕິດພັນກັບຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ທີ່ເຄື່ອນໄຫວບໍ່ຖືກຕ້ອງ ແລະ ສອດຄ່ອງກັບກົດໝາຍ ແລະ ລະບຽບການ;
- ຍ້ອງຍໍ ແລະ ປະຕິບັດນະໂຍບາຍຕໍ່ຜູ້ທີ່ມີຜົນງານ, ກ່າວເຕື່ອນ ຫຼື ນຳໃຊ້ມາດຕະການອື່ນໆຕາມກົດໝາຍ ແລະ ລະບຽບການ ຕໍ່ຜູ້ທີ່ສ້າງຜົນເສຍຫາຍໃຫ້ແກ່ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ;
- ສະເໜີ ຫຼື ຕົກລົງສ້າງຕັ້ງ, ປັບປຸງ ຫຼື ລົບລ້າງບັນດາກົງຈັກການຈັດຕັ້ງ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ບົນພື້ນຖານຄວາມເປັນເອກະພາບ ກັບອົງການມີສິດອຳນາດຂັ້ນສູນກາງ ແລະ ທ້ອງຖິ່ນ;
- ຕົກລົງແຕ່ງຕັ້ງ, ຍົກຍ້າຍ, ປົດຕຳແໜ່ງ, ເລື່ອນຊັ້ນ, ຍ້ອງຍໍ, ປະຕິບັດວິໄນ ແລະ ປະຕິບັດນະໂຍບາຍອື່ນໆ ຕໍ່ພະນັກງານຂັ້ນຕ່າງໆ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ;
- ຊີ້ນຳ ແລະ ຄຸ້ມຄອງຕາມສາຍຕັ້ງທາງດ້ານເຕັກນິກ, ວິຊາການ ໂດຍມີການແບ່ງຂັ້ນ, ແບ່ງຄວາມຮັບຜິດຊອບ ແລະ ສິດຕົກລົງບັນຫາໃຫ້ອົງການປົກຄອງທ້ອງຖິ່ນໃນການຄຸ້ມຄອງຢ່າງລະອຽດ;
- ຮຽກໂຮມພະນັກງານນຳພາ-ຄຸ້ມຄອງ ແລະ ນັກວິຊາການຂອງຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຂົ້າຮ່ວມປະຊຸມ ຫຼື ລາຍງານສ່ອງແສງວຽກງານ;
- ວ່າຈ້າງຊ່ຽວຊານ, ພະນັກງານຕາມສັນຍາ ຫຼື ແຮງງານຊົ່ວຄາວ ທັງພາຍໃນ ແລະ ຕ່າງປະເທດ ເພື່ອຊ່ວຍ ແລະ ຮັບໃຊ້ວຽກງານວິຊາສະເພາະ ດ້ວຍແຫຼ່ງທຶນຂອງໂຄງການ;
- ພົວພັນ, ເຊັນສັນຍາ, ອະນຸສັນຍາ, ຮ່ວມມື, ຍາດແຍ່ງການຊ່ວຍເຫຼືອ, ການລົງທຶນຈາກພາຍໃນ ແລະ ຕ່າງປະເທດ ເພື່ອພັດທະນາວຽກງານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ວຽກງານ ອື່ນໆຕາມການມອບໝາຍ ຫຼື ຕາມການຕົກລົງຂອງລັດຖະບານບົນພື້ນຖານກົດໝາຍ, ລະບຽບການ ທີ່ກຳນົດໄວ້;
- ສະເໜີເຂົ້າ ຫຼື ລາອອກຈາກການເປັນພາຄີ ຫຼື ສະມາຊິກຂອງສົນທິສັນຍາ ຫຼື ຂໍ້ຕົກລົງທີ່ກ່ຽວຂ້ອງຂອງສາກົນຕາມຄວາມເໝາະສົມ;
- ສະເໜີສ້າງຕັ້ງຄະນະກຳມະການ ທີ່ຕິດພັນກັບການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ລະດັບຊາດ, ແຂວງ, ນະ ຄອນຫຼວງ ຕາມຄວາມຈຳເປັນ;
- ອະນຸມັດໃຫ້ຫ້ອງການ, ບັນດາກົມ, ກອງ, ສະຖາບັນ ແລະ ສູນ ຈັດກອງປະຊຸມ, ຝຶກອົບຮົມ ຫຼື ສຳມະນາທາງດ້ານວິຊາການ;
- ສະເໜີແຜນງົບປະມານ, ສ້າງແຜນລາຍຮັບ-ລາຍຈ່າຍ ແລະ ດັດແກ້ງົບປະມານຂອງກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ;
- ປະຕິບັດສິດອື່ນໆ ຕາມທີ່ລັດຖະບານ ໄດ້ມອບໝາຍໃຫ້ສະເພາະ ແລະ ຕາມທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ ແລະ ລະບຽບກົດໝາຍ.
3191318
ມື້ນີ້
ມື້ວານ
ອາທິດນີ້
ອາທິດກ່ອນ
ເດືອນນີ້
ເດືອນກ່ອນ
ທັງຫມົດ
3297
3472
6769
2469963
60128
88923
3191318
Your IP: 3.239.242.55
2021-01-18 22:59