ໃນຕອນເຊົາຂອງວັນທີ 15 ມີນາ 2018 ນີ້ ຄະນະຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ເຊິ່ງນຳໂດຍທ່ານ ບຸນທາມ ພຸດທະວົງສາ ກຳມະການພັກ ນະຄອນຫຼວງວຽງຈັນ, ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ລົງພົບປະ ແລະ ເຮັດວຽກ ຢູ່ຫ້ອງການຊັບ ພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງສັງທອງ ເຂົ້າຮ່ວມໃນກອງປະຊຸມພົບປະຄັ້ງນີ້ ມີທ່ານ ດາວເພັດ ອາລຸນ ເລຂາພັກເມືອງ, ເຈົ້າເມືອງ ສັງທອງ, ນອກນັ້ນຍັງມີຕາງໜ້າຈາກບັນດາຂະແໜງການ ໃນພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ພ້ອມດ້ວຍພະນັກງານພາຍໃນຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ ສັງທອງ ເຂົ້າຮ່ວມທັງໝົດ 40 ກ່າວທ່ານ.
ໃນກອງປະຊຸມຄັ້ງນີ້ທ່ານ ລູນທອງ ບຸນມະນີ ຫົວໜ້າ ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ ສັງທອງ ໄດ້ລາຍງານສະພາຍໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດ ວຽກງານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຢູ່ເມືອງສັງທອງ ໃນໄລຍະຜ່ານມາຫ້ອງການ ຊສ ເມືອງ ໄດ້ປະຕິບັດວຍກງານພ້ອມວິຊາສະເພາະໄດ້ສຳເລັດໃນຫຼາຍດ້ານເຊັ່ນ: ວຽກງານທີ່ດິນ ໄດ້ລົງຈັດສັນທີ່ດິນ ຕິດພັນກັບການອອກໃບຕາດິນ ເປັບລະບົບສຳເລັດ 33 ບ້ານ, ປະເພດດິນປຸກສ້າງຍັງ 2 ບ້ານຄື: ບ້ານໃໝ່ປາກສັງ ແລະ ບ້ານ ຫ້ວຍຕົມ, ສ່ວນດິນກະສິກຳແມ່ນອອກໃບຕາດິນສະເພາະຕອນ ຕາມແຜນການໄດ້ 4200 ຕອນ, ຕົ້ນປີ 2018 ແມ່ນສຳເລັດ 3 ບ້ານ, ປະເພດດິນປຸກສ້າງທັງໝົດ 590 ຕອນ, ນອກນັ້ນຍັງໄດ້ປະເມີນການຊົມໃຊ້ທີ່ດິນທັງໝົດ 18086 ຕອນ, ໃນນັ້ນດິນປຸກສ້າງ 6388 ຕອນ, ດິນກະສິກຳ 1168 ຕອນ ເຖິງປັດຈຸບັນ ປະຕິບັດໄດ້ 6217 ຕອນ ເທົ່າກັບ 34,37%.
ຈາກນັ້ນທ່ານ ບຸນທາມ ພຸດທະວົງສາ ກໍ່ໄດ້ສະແດງຄວາມຍີນດີຢື້ຢາມຖາມຂ່າວ ແລະ ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດ ທີ່ພະນັກງານ-ລັດຖະກອນ ໃນຫ້ອງການ ຊສ ເມືອງ ສັງທອງ ຍາດມາໄດ້, ເມືອງ ສັງທອງ ເປັນເມືອງໜຶ່ງທີ່ມີຈຸດພິເສດແຕກຕ່າງກັບເມືອງອື່ນໃນນະຄອນຫຼວງ ເປັນເມືອງທີ່ມີຄວາມອຸດົມສົມບູນທາງດ້ານຊັບພະຍາກອນທຳມະຊາດ ມີພູຜາປ່າໄມ້ ແລະ ແຮ່ທາດຫຼາຍຊະນິດ, ມີແມ່ນ້ຳຫຼາຍສາຍທີ່ເປັນທ່າແຮງໃຫ້ປະຊາຊົນຊາວເມືອງສັງທອງ ທັງ 35 ບ້ານ ໄດ້ທຳມາຫາກິນ ແລະ ທຳການຜະລິດ ປະຊາຊົນມີມູນເຊື້ອດຸໝັ່ນຂະຫຍັນພຽນ ແລະ ຮັກເຊື້ອແພງຊາດ ອັນສູງສົ່ງ.