ກອງປະຊຸມປຶກສາຫາລືແບບມີສ່ວນຮ່ວມ ສຳລັບ ໂຄງການ ສ້າງຕັ້ງໂຮງງານຜະລິດແປ້ງມັນຕົ້ນ, ຜະລິດຫົວອາຫານ ແລະ ປຸຍຊີວະພາບ ຢູ່ບ້ານພູມສະຫວັນ ເມືອງວາປີ ແຂວງ ສາລະວັນ

ກອງປະຊຸມປຶກສາຫາລືແບບມີສ່ວນຮ່ວມ ສຳລັບ ໂຄງການ ສ້າງຕັ້ງໂຮງງານຜະລິດແປ້ງມັນຕົ້ນ, ຜະລິດຫົວອາຫານ ແລະ ປຸຍຊີວະພາບ ຢູ່ບ້ານພູມສະຫວັນ ເມືອງວາປີ ແຂວງ ສາລະວັນ

ໃນວັນທີ 26 ມີນາ 2024 ທີ່ ເມືອງວາປີ ແຂວງສາລາວັນ ກົມສິ່ງແວດລ້ອມ (ກສລ) ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ກຊສ) ຮ່ວມກັບ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ພຊສ) ແຂວງ ສາລາວັນ ໄດ້ຈັດກອງປະຊຸມປຶກສາຫາລືແບບມີສ່ວນຮ່ວມຂັ້ນແຂວງ/ສູນກາງ ກ່ຽວກັບ ບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມແບບລະອຽດ ສະບັບເດືອນ ມັງກອນ 2024. ສໍາລັບໂຄງການ ສ້າງຕັ້ງໂຮງງານຜະລິດແປ້ງມັນຕົ້ນ, ຜະລິດຫົວອາຫານ ແລະ ປຸຍຊີວະພາບ, ຢູ່ບ້ານພູມສະຫວັນ ເມືອງວາປີ ແຂວງສາລະວັນ ຂອງບໍລິສັດ ລາວທຽນຊື ພັດທະນາ ອຸດສາຫະກໍາມັນຕົ້ນ ຈໍາກັດຜູ້ດຽວ. ໂດຍການເປັນປະທານຮ່ວມຂອງທ່ານ ອຸ່ນເຮືອນ ໄຊຍະຈັກ ຫົວໜ້າກສລ ກຊສ ແລະ ທ່ານ ສັກດາ ແກ້ວດວງສີ ຫົວໜ້າ ພຊສ ແຂວງສາລາວັນ, ມີ ທ່ານ ບຸນຍູ້ ຈັນທະລັງສີ ເຈົ້າເມືອງເມືອງວາປີ, ເຈົ້າຂອງໂຄງການ ແລະ ບໍລິສັດ ທີ່ປຶກສາສິ່ງແວດລ້ອມ, ພ້ອມບັນດາ ຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ/ທ້ອງຖິ່ນ ແລະ ບ້ານທີ່ຢູ່ເຂດໂຄງການດັ່ງກ່າວ ເຂົ້າຮ່ວມ.
ກອງປະຊຸມ ໄດ້ຮັບຟັງການລາຍງານ ສະພາບລວມ, ປະຫວັດຄວາມເປັນມາຂອງໂຄງການ, ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມແບບລະອຽດ ລວມທັງແຜນຄຸ້ມຄອງ ແລະ ຕິດຕາມກວດກາ ສິ່ງແວດລ້ອມ ຈາກ ບໍລິສັດ ລາວທຽນຊື ພັດທະນາ ອຸດສາຫະກໍາມັນຕົ້ນ ຈໍາກັດຜູ້ດຽວ ແລະ ບໍລິສັດ ທີ່ປຶກສາສິ່ງແວດລ້ອມ. ໂຄງການ ດັ່ງກ່າວ ຕັ້ງຢູ່ບ້ານພູມສະຫວັນ ເມືອງວາປີ ແຂວງສາລາວັນ, ມີເນື້ອທີ່ທັງໝົດ 33.72 ເຮັກຕາ. ມີອາຍຸການລົງທຶນທັງໝົດ 50 ປີ ໃນນັ້ນ, ໄລຍະກໍ່ສ້າງ ແລະ ໄລຍະຕິດຕັ້ງ 3 ປີ, ໄລຍະດໍາເນີນງານ 47 ປີ. ເນື້ອທີ່ກໍ່ສ້າງໂຄງການທັງໝົດ 33.72 ເຮັກຕາ, ໂຮງງານມີກໍາລັງການຜະລິດສູງສຸດ 500 ໂຕນ/ວັນ, ຫຼື ທຽບເທົ່າກັບໄລຍະການຜະລິດແປ້ງມັນຕົ້ນ ຈໍານວນ 5 ເດືອນ, ແຜນຄວາມຕ້ອງການນໍາໃຊ້ວັດຖຸດີບປ້ອນເຂົ້າໂຮງງານໃນໄລຍະດໍາເນີນງານ 20 ປີ ທຳອິດ ຕາມໄລຍະເວລາຄື: ໄລຍະປີທີ 1 ຫາ ປີທີ 3 ແມ່ນມີຄວາມຕ້ອງການວັດຖຸດີບ 180,000 ໂຕນ/ປີ, ໄລຍະປີທີ 4 - ປີທີ 7 ແມ່ນມີຄວາມຕ້ອງການວັດຖຸດີບ 270,000 ໂຕນ/ປີ, ແລະ ໄລຍະ ປີທີ 8 - ປີທີ 20 ແມ່ນມີຄວາມຕ້ອງການວັດຖຸດີບ 360,000 ໂຕນ/ປີ. ຈາກນັ້ນ ຜູ້ເຂົ້າຮ່ວມ ກໍ່ໄດ້ປຶກສາຫາລື ແລະ ປະກອບຄໍາຄິດເຫັນຢ່າງກົງໄປກົງມາ ແລະ ໄດ້ສະເໜີໃຫ້ໂຄງການຕ້ອງໄດ້ເພີ່ມທະວີ ເອົາໃຈໃສ່ຕໍ່ ບັນຫາສິ່ງແວດລ້ອມ ທີ່ບັນດາຜູ້ເຂົ້າຮ່ວມມີຄຳເຫັນໃສ່ບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມແບບລະອຽດ ທັງໄລຍະສັ້ນ ແລະ ຍາວ. ເຊິ່ງເຈົ້າຂອງໂຄງການຕ້ອງມີມາດຕະການທີ່ເຂັ້ມງວດ ຕະຫຼອດຮອດຂັ້ນຕອນການຂູດອຸໂມງ ແລະ ປະຕິີບັດຕາມຂໍ້ກໍານົດ ແລະ ມາດຕະການທີ່ລະບູໄວ້ໃນນິຕິກໍາ.
ໃນຕອນທ້າຍ ທ່ານປະທານ ກໍ່ໄດ້ສະຫຼຸບຜົນການປຶກສາຫາລື ຂອງກອງປະຊຸມ ຄັ້ງນີ້ ແລະ ຮຽກຮ້ອງມາຍັງບັນດາທ່ານ ຍົກສູງຄວາມຮັບຜິດຊອບຂອງຂະແໜງການຕົນ ໃນການປຶກສາຫາລື ແຕ່ລະເນື້ອໃນ ພ້ອມທັງປະກອບຄໍາຄິດ-ຄໍາເຫັນ ຕໍ່ບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມແບບລະອຽດ ພ້ອມດ້ວຍ ແຜນຄຸ້ມຄອງ ແລະ ຕິດຕາມ ກວດກາສິ່ງແວດລ້ອມ ຂອງໂຄງການດັ່ງກ່າວ ໃຫ້ມີຄວາມຄົບຖ້ວນ, ສົມບູນ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນສູງ. ສໍາລັບ ເຈົ້າຂອງໂຄງການ, ກໍ່ຕ້ອງເອົາໃຈໃສ່ໃນການ ຈັດຕັ້ງປະຕິບັດວຽກງານຕົວຈິງ ທັງໃນໄລຍະກໍ່ສ້າງ ແລະ ດໍາເນີນໂຄງການ ແລະ ຕ້ອງຮັບປະກັນບໍ່ໃຫ້ມີຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ ແລະ ທໍາມະຊາດ, ສິ່ງສໍາຄັນ ຕ້ອງປະຕິບັດມາດຕະການປ້ອງກັນ ແລະ ຫຼຸດຜ່ອນຜົນກະທົບ ທີ່ອາດຈະເກີດຂຶ້ນຈາກການດໍາເນີນໂຄງການ ຕາມທີ່ໄດ້ກໍານົດໄວ້.

 

ປະກາດຮັບສະໝັກລັດຖະກອນໃໝ່ ປີ 2024
ແຜນຈັດສັນທີ່ດິນ, ຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຮອບດ້ານ 18 ແຂວງ