ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຈັດພິທີ ສະເຫຼີມສະຫຼອງ ວັນນ້ຳໂລກ

ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຈັດພິທີ ສະເຫຼີມສະຫຼອງ ວັນນ້ຳໂລກ

ໃນຕອນເຊົ້າ ຂອງວັນທີ 24 ມີນາ 2024, ທີ່ ບຶງທາດຫຼວງ, ນະຄອນຫຼວງວຽງຈັນ, ກົມຊັບພະຍາກອນນໍ້າ (ກຊນ) ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ກຊສ), ໄດ້ຈັດພິທີ ສະເຫຼີມສະຫຼອງ ວັນນ້ຳໂລກ ປີ 2024 ຂຶ້ນ ໂດຍການເຂົ້າຮ່ວມເປັນກຽດ ຂອງ ທ່ານ ປອ ນາງ ບຸນຄໍາ ວໍລະຈິດ ລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ທ່ານ ປອ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ, ທ່ານ ສິລິລາດທົງສິນ ທອງເພັງ ຮອງເຈົ້າຄອງ ນະຄອນຫລວງວຽງຈັນ, ທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ທອງພັດ ວົງມະນີ ຮອງລັດະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ປອ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີ ກຊສ, ທ່ານ ຈັນທະເນດ ບົວລະພາ ຮອງລັດຖະມົນຕີ ກຊສ, ທ່ານ Dan Heldon ຮອງເອອັກຄະລະສະທູດ ອົດສະຕາລີ ປະຈຳ ສປປ ລາວ, ພ້ອມມີຄະນະນຳຫ້ອງການ, ກົມ, ກອງ, ສະຖາບັນອ້ອມຂ້າງ ກຊສ, ຜູ້ຕາງໜ້າຈາກພະແນກການອ້ອມຂ້າງນະຄອນຫຼວງວຽງຈັນ ແລະ ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ລວມທັງ ບັນດາຄູອາຈານ, ນັກຮຽນ ນັກສຶກສາ ແລະ ແຂກເຂົ້າຮ່ວມ.

 

ໃນພິທີສະເຫຼີມສະຫຼອງວັນສຳຄັນດັ່ງກ່າວ ແນໃສ່ປູກຈິດສຳນຶກ ເພື່ອໃຫ້ທຸກຄົນຮັບຮູ້ ຄວາມໝາຍ ຄວາມສໍາຄັນຂອງນໍ້າ ແລະ ຊັບພະຍາກອນນໍ້າ ເພື່ອການປ່ຽນແປງພຶດຕິກໍາຂອງການບໍລິໂພກ ແລະ ອຸປະໂພກ ລວມທັງ ການຈັດການນ້ຳ ໃນຊີວິດປະຈຳວັນ ພ້ອມທັງການຟື້ນຟູທີ່ດິນບໍລິເວນນໍ້າ ແລະ ດິນຖ່ານຕົມໃຫ້ມີຄວາມອຸດົມສົມບູນ ຕາມທິດສີຂຽວ ແລະ ຍືນຍົງ.
ໃນພິທີແມ່ນໄດ້ຮັບຟັງການສະເໜີຈຸດປະສົງຂອງວັນນ້ຳໂລກ, ວັນທີ່ດິນບໍລິເວນນໍ້າ ແລະ ວັນດິນຖ່ານຕົມໂລກ, ຂອງ ທ່ານ ປອ ອິນທະວີ ອັກຄະຣາດ ຫົວໜ້າ ກຊນ ຊຶ່ງເປັນຄະນະຮັບຜິດຊອບການຈັດງານ, ເພື່ອເປັນການປູກຈິດສຳນຶກ ແລະ ເປັນການປຸກລະດົມ ພາກສ່ວນທີ່ກ່ຽວຂ້ອງມວນຊົນ ສັງຄົມທຸກພາກສ່ວນ, ທັງພາກລັດ ແລະ ເອກະຊົນ, ອົງການຈັ້ດຕັ້ງສາກົນ, ນັກຮຽນ ນັກສຶກສາ, ຕະຫຼອດຮອດປະຊາຊົນບັນດາເຜົ່າ ເພື່ອພ້ອມກັນເພີ່ມທະວີ ແລະ ປົກປັກຮັກສາການນໍາໃຊ້ນໍ້າຊັບພະຍາກອນນໍ້າ ໃຫ້ມີຄວາມຍືນຍົງ ແລະ ຕອບສະໜອງໃຫ້ກັບການພັດທະນາເສດຖະກິດ-ສັງຄົມຮອບດ້ານ.
ຈາກນັ້ນ ທ່ານ ປອ ນາງ ບຸນຄໍາ ວໍລະຈິດ ລັດຖະມົນຕີ ກຊສ ກໍ່ໄດ້ຂຶ້ນກ່າວເປີດພິທີຢ່າງເປັນທາງການ ແລະ ໄດ້ຮຽກຮ້ອງໃຫ້ທຸກພາກສ່ວນ ໃນສັງຄົມລາວ ຈົົ່ງພ້ອມກັນ ປົກປັກຮັກສາ, ນ້ຳໃຊ້ ນ້ຳ ແລະ ຊັບພະຍາກອນນໍ້າ, ດິນບໍລິເວນນ້ຳ, ຊີວະນາໆພັນ ຂອງພວກເຮົາໃຫ້ມີຄວາມອຸດົມສົມບູນ. ຂ້າພະເຈົ້າເຊື່ອໝັ້ນວ່າ ພາຍໃຕ້ການຮ່ວມມື ແລະ ການສະໜັບສະໜູນ ຢ່າງແຂງແຮງ ແລະ ການຊົມໃຊ້ນ້ຳທີ່ສົມເຫດສົມຜົນ ແລະ ເປັນທຳ ຈະເຮັດໃຫ້ ພວກເຮົາມີສາຍນ້ຳທີ່ໄສ ໄຫຼເຢັນ ຕະຫຼອດປີ, ຕະຫຼອດໄປ, ມີຄວາມຍືນຍົງ, ມີສັນຕິພາບ ແລະ ຄົງໄວ້ຮອດຮຸ່ນລູກຫຼານຂອງພວກເຮົາ ດັ່ງຄຳຂັວນຂອງວັນນ້ຳໂລກປີ 2024 “ນໍ້າເພື່ອສັນຕິພາບ (Water for peace)” ໃຫ້ປະກົດຜົນເປັນຈິງ. ຂໍອວຍພອນ ໃຫ້ການສະເຫຼີມສະຫຼອງ ວັນນ້ຳແຫ່ງຊາດ ແລະ ວັນນໍ້າໂລກ ປີ 2024 ຢ່າງມີເນື້ອໃນ ແລະ ໃຫ້ບັນດາຂະແໜງການຕ່າງໆເອົາໃຈໃສ່ໃນການຮັກສາສິ່ງແວດລ້ອມໃຫ້ມີຄວາມຍືນຍົງ ຫຼັງຈາກນັ້ນ, ໃນງານດັ່ງກ່າວ ຍັງໄດ້ ມີພິທີ ປ່ອຍປາ, ປ່ອຍນົກ, ຍ່າງເພື່ອສຸຂະພາບ, ສະແດງລະຄອນ ກ່ຽວກັບການຄຸ້ມຄອງຊັບພະຍາກອນນໍ້າ, ຂອງ ນ້ອງນັກຮຽນ ຊຶ່ງເປັນການປູກຈິດສຳນຶກ ແລະ ມີສ່ວນຮ່ວມ ກ່ຽວກັບ ການຄຸ້ມຄອງ, ປົກປັກຮັກສານໍ້າ ແລະ ຊັບພະຍາກອນນໍ້າ ໂດຍສະເພາະແມ່ນ ແຫຼ່ງນໍ້າ, ທີ່ດິນບໍລິເວນນໍ້າ ແລະ ດິນຖ່ານຕົມ ໃຫ້ນັບມື້ສູງຂຶ້ນ.
 

 

 

ປະກາດຮັບສະໝັກລັດຖະກອນໃໝ່ ປີ 2024
ແຜນຈັດສັນທີ່ດິນ, ຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຮອບດ້ານ 18 ແຂວງ