ພິທີສະເຫຼີມສະຫຼອງ ວັນແມ່ຍິງສາກົນ ຄົບຮອບ 114 ປີ (08 ມີນາ 1910-08 ມີນາ 2024

ພິທີສະເຫຼີມສະຫຼອງ ວັນແມ່ຍິງສາກົນ ຄົບຮອບ 114 ປີ (08 ມີນາ 1910-08 ມີນາ 2024

ໃນຕອນເຊົ້າ ວັນທີ 22 ມີນາ 2024, ສະຫະພັນແມ່ຍິງ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຈັດພິທີປະກະຖາຂຶ້ນທີ່ຫ້ອງປະຊຸມໃຫຍ່ ກະຊວງຊັບ ພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ເພື່ອສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 114 ປີ (08 ມີນາ 1910-08 ມີນາ 2024) ພາຍໃຕ້ຄໍາຂັວນ “ລົງທຶນເລັ່ງໃສ່ການພັດທະນາຄວາມກ້າວໜ້າຂອງແມ່ຍິງ” ຕິດພັນກັບການ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ສ້າງຂະບວນການຂໍ່ານັບຮັບຕ້ອນ ກອງປະຊຸມຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ໃຫ້ກ້ວາງຂວາງ ແລະ ເປັນຂະບວນການຟົດຟື້ນ. ໃຫ້ກຽດ ເຂົ້າຮ່ວມ ຂອງ ສະຫາຍ ຈັນທະເນດ ບົວລະພາ ຄະນະປະຈຳພັກ ກຊສ, ຜູ້ຊີ້ນໍາວຽກງານ 3 ອົງການຈັດຕັ້ງມະຫາຊົນ, ຮອງລັດຖະມົນຕີ ກຊສ, ສະຫາຍ ນາງ ທອງຈັນ ອະຄະມາເຂດ ຄະນະປະຈຳພັກ ກຊສ, ປະທານສະຫະພັນແມ່ຍິງ ກຊສ ພ້ອມດ້ວຍຄະນະ, ຕາງໜ້າຄະນະພັກຮາກຖານ, ຄະນະໜ່ວຍພັກ, ຄະນະບໍລິຫານງານຊາວໜຸ່ມ, ກຳມະບານ ກຊສ ແລະ ບັນດາສະມາຊິກແມ່ຍິງ ພາຍໃນ ກະຊວງ ເຂົ້າຮ່ວມ ທັງໝົດ 181 ທ່ານ, ຊາຍ 26 ທ່ານ.

 

ໃນກອງປະຊຸມຄັ້ງນີ້ ໄດ້ຮັບຟັງການເລົ່າມູນເຊື້ອປະຫວັດຄວາມເປັນມາຂອງວັນແມ່ຍິງສາກົນ ຄົບຮອບ 114 ປີ ແລະ ການສະຫລຸບໂດຍຫຍໍ້ຜົນການເຄື່ອນໄຫວວຽກງານປະຈໍາປີ 2023 ແລະ ທິດທາງແຜນການ ປີ 2024 ຂອງ ສະຫະພັນແມ່ຍິງ ກຊສ ເຊິ່ງໃຫ້ກຽດສະເໜີໂດຍ ສະຫາຍ ນາງ ທອງຈັນ ອະຄະມາເຂດ ຄະນະປະຈຳພັກ ກຊສ, ປະທານສະຫະພັນແມ່ຍິງ ກຊສ ແລະ ໄດ້ຮັບຟັງການເຜີຍແຜ່ເອກະສານ ວັນສາກົນລົບລ້າງຄວາມຮຸນແຮງຕໍ່ແມ່ຍິງ ວັນທີ 25 ພະຈິກ ເຊິ່ງໃຫ້ກຽດ ສະເໜີໂດຍ ສະຫາຍ ນາງ ບົວຄໍາ ສຸລິວັນ, ຮອງປະທານຄະນະກຳມະການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ກຊສ.
ໃນໂອກາດນີ້, ສະຫາຍ ນາງ ທອງຈັນ ອະຄະມາເຂດ ຄະນະປະຈຳພັກ ກຊສ,ປະທານສະຫະພັນແມ່ຍິງ ກຊສ, ໄດ້ທົບ ທວນຄືນປະຄວາມເປັນມາຂອງວັນທີ 8 ມີນາ, ໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງວັນດັ່ງກ່າວ ທີ່ເປັນ “ເຫດການ-ການເມືອງທີ່ສໍາຄັນ”; ຂະບວນການເຄື່ອນໄຫວ ແລະ ການເກີດຂຶ້ນຂອງບັນດາອົງ ການຈັດຕັ້ງ, ສົນທິສັນຍາ, ຖະແຫຼງການ ແລະ ກອງປະຊຸມຕ່າງໆທີ່ກ່ຽວກັບວັນແມ່ຍິງໃນລະດັບສາກົນ, ພາກພື້ນ ແລະ ອາຊຽນ, ນະໂຍບາຍ ແລະ ກົນໄກສົ່ງເສີມຄວາມກ້າວໜ້າຂອງແມ່ຍິງໃນ ສປປ ລາວ ແລະ ວຽກງານພົວພັນ ແລະ ຮ່ວມມືກັບຕ່າງປະເທດ ປີ 2023.
ໃນໄລຍະ 1 ປີ ຜ່ານມາ, ສະຫະພັນແມ່ຍິງ ກຊສ, ກໍ່ໄດ້ເອົາໃຈໃສ່ ຈັດຕັ້ງເຄື່ອນໄຫວວຽກງານ ຕາມພາລະບົດບາດ, ສິດໜ້າທີ່ ຂອງຕົນ ເຊິ່ງໄດ້ມີຜົນສໍາເລັດຫຼາຍດ້ານ ເປັນຕົ້ນ ໄດ້ນໍາພາສຶກສາ ອົບຮົມການເມືອງ-ແນວຄິດ ຂອງສະມາຊິກແມ່ຍິງ, ເປັນເຈົ້າການຈັດຕັ້ງເຜີຍແຜ່ຜັນຂະຫຍາຍມະຕິ, ຄໍາສັ່ງ, ແຜນດໍາເນີນງານ ທີ່ຕິດພັນກັບວຽກງານແມ່ຍິງ ໄປພ້ອມກັບການຊຸກຍູ້ ອະນຸລັກ ແລະ ສົ່ງເສີມ ວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດ ແລະ ຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວ ກໍຄືການປະຕິບັດວຽກງານວິຊາສະເພາະຂອງຂະແໜງ ຊສ; ຊຸກຍູ້ສົ່ງເສີມໃຫ້ມີການກໍ່ສ້າງພະນັກງານ ເພດຍິງ ໂດຍສະເພາະ ການຍົກລະດັບ, ຝຶກອົບຮົມ ແລະ ການບັນຈຸສັບຊ້ອນຕຳແໜ່ງບໍລິຫານໃນຂັ້ນ ຕ່າງໆ ຕາມເງື່ອນໄຂ ແລະ ຄວາມຖືກຕ້ອງ ລວມທັງການຂະຫຍາຍເຂົ້າພັກ ແລະ ໃຫ້ເປີດໂອກາດໃຫ້ ແມ່ຍິງ ໄດ້ມີບົດບາດ ແລະ ມີສ່ວນຮ່ວມ ໃນການຕັດສິນບັນຫາຕ່າງໆ ໃຫ້ຫຼາຍຂຶ້ນ ເພື່ອໃຫ້ມີ ພະນັກງານສືບທອດປ່ຽນແທນໃນຕໍ່ໜ້າ. ພ້ອມນັ້ນ, ກໍ່ເອົາໃຈໃສ່ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ປະຈໍາປີ 2023 ແລະ ໄດ້ປະເມີນບຸກຄົນດີເດັ່ນ ເຊິ່ງມີສະມາຊິກແມ່ຍິງທີ່ເຂົ້າຮ່ວມແຂ່ງຂັນ ຈໍານວນ 275 ທ່ານ. ໃນນີ້, ໄດ້ຮັບໃບຍ້ອງຍໍປະເພດ I ຈໍານວນ 218 ທ່ານ, ປະເພດ II ມີຈໍານວນ 51 ທ່ານ.
ສະຫລຸບລວມແລ້ວ, ສະຫະພັນແມ່ຍິງ ກຊສ ສາມາດຕີລາຄາໄດ້ວ່າບັນດາສະມາຊິກແມ່ຍິງ ພາຍໃນ ກຊສ ມີຄວາມສາມັກຄີປຸ້ມລຸ່ມກັນໃນການ ປະຕິບັດວຽກງານທີ່ໄດ້ຮັບການມອບໝາຍໃຫ້, ເຮັດລ້ອນໜ້າທີ່ຂອງຕົນ, ມີການພັດທະນາຕົນເອງ, ມີບົດບາດເທົ່າທຽມກັບເພດຊາຍ ໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະ ໄປຄຽງຄູ່ກັບການ ປະຕິບັດຂໍ້ແຂ່ງຂັນ 3 ດີ ກໍຄືການສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຄັ້ງທີ III ແລະ ກອງປະຊຸມຜູ້ແທນແມ່ຍິງລາວ ທົ່ວປະເທດ ຄັ້ງທີ IX ຢ່າງເປັນຂະບວນຟົດຟື້ນ.

 

 

ປະກາດຮັບສະໝັກລັດຖະກອນໃໝ່ ປີ 2024
ແຜນຈັດສັນທີ່ດິນ, ຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຮອບດ້ານ 18 ແຂວງ