ທ່ານ ລັດຖະມົນຕີ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໂອ້ລົມ ວຽກງານ ຊສ ທີ່ແຂວງວຽງຈັນ.

ທ່ານ ລັດຖະມົນຕີ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໂອ້ລົມ ວຽກງານ ຊສ ທີ່ແຂວງວຽງຈັນ.

ໃນຕອນບ່າຍ ຂອງວັນທີ 6 ມີນາ 2024 ຜ່ານມາ, ຢູ່ທີ່ຫ້ອງປະຊຸມໃຫຍ່ ຫ້ອງວ່າການປົກຄອງແຂວງວຽງຈັນ ທ່ານ ນາງ ບຸນຄໍາ ວໍລະຈິດ, ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ໃຫ້ກຽດ ໂອ້ລົມ ແລະ ໃຫ້ທິດຊີ້ນຳ ວຽກງານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ດາວເຮືອງ ນັນທະວົງ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງວຽງຈັນ, ບັນດາທ່ານເຈົ້າເມືອງ, ຫົວໜ້າພະແນກ, ຮອງພະແນກ, ຮອງເຈົ້າເມືອງ, ພະນັກງານຫຼັກແຫຼ່ງພາຍໃນຂົງເຂດຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.

     ໂອກາດດັ່ງກ່າວນີ້ ທ່ານ ສະໝານ ວິເສດຍະພົງ ກໍາມະການພັກແຂວງ ຫົວຫນ້າພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງວຽງຈັນ ໄດ້ຂຶ້ນລາຍງານຫຍໍ້ ຜົນສຳເລັດການຈັດຕັ້ງປະຕິບັດວຽກງານ ຊສ ໃນ1 ປີຜ່ານມາ ແລະ ແຜນການໃນປີ 2024 ເປັນຕົ້ນແມ່ນ: ວຽກງານຈັດສັນທີ່ດິນ ໄດ້ສຳເລັດການລົງເຜີຍແຜ່ແຜນຈັດສັນທີ່ດິນຈຸລະພາກຂັ້ນບ້ານ, ກຸ່ມບ້ານຢູ່ເມືອງວັງວຽງ ຈຳນວນ 3 ກຸ່ມບ້ານ ລວມມີ 28 ບ້ານ. ສັງລວມເນື້ອທີ່ດິນ 8 ປະເພດ ເພື່ອຮອງຮັບໃຫ້ແກ່ການຈັດສັນທີ່ດິນຕາມແລວລົດໄຟ ລາວ-ຈີນ ສຳເລັດ 7 ເມືອງ. ວຽກງານຂຶ້ນທະບຽນອອກໃບຕາດິນ ສາມາດຈັດຕັ້ງປະຕິບັດໄດ້ 8.065 ຕອນ, ເນື້ອທີ່ 20.678.441 ຕາແມັດ, ເທົ່າກັບ 38%. ໃນປີ 2024 ຕົວເລກແຜນການປີແມ່ນ 27.311 ຕອນ ແລະ ໃນ 2 ເດືອນຕົ້ນປີ ສາມາດປະຕິບັດໄດ້ 285 ຕອນ ເທົ່າກັບ 1,04%. ໃນນີ້, ໄດ້ມອບຄວາມຮັບຜິດຊອບ ໃນການຂຶ້ນທະບຽນອອກໃບຕາດິນ ແລະ ຈົດທະບຽນທີ່ດິນ ໃຫ້ ຫຊສ ຂັ້ນເມືອງ ສຳເລັດແລ້ວ 6 ເມືອງຄື: ເມືອງເຟືອງ, ເມືອງຊະນະຄາມ, ເມືອງວັງວຽງ, ເມືອງກາສີ, ເມືອງທຸລະຄົມ ແລະ ເມືອງໂພນໂຮງ, ຍັງອີກ 5 ເມືອງ ເຊິ່ງຄາດໝາຍ ໃຫ້ສຳເລັດພາຍໃນປີ 2024 ນີ້; ພ້ອມນີ້ ກໍ່ໄດ້ສົມທົບກັບກົມທີ່ດິນ ຈັດຝຶກອົບຮົມສ້າງຄວາມເຂັ້ມແຂງ ກ່ຽວກັບວຽກງານຂຶ້ນທະບຽນອອກໃບຕາດິນໃຫ້ບັນດາຫ້ອງການ ຊສ 11 ເມືອງ ທົ່ວແຂວງ ໄດ້ 1 ຄັ້ງ; ດຳເນີນຈົດທະບຽນນິຕິກຳກ່ຽວກັບທີ່ດິນ ຕາມແຜນການປີແມ່ນ 1.910 ຕອນ ສາມາດຈັດຕັ້ງປະຕິບັດ ໄດ້ 4.710 ຕອນ, ເທົ່າກັບ 246%, ຄິດໄລ່ເປັນເງິນຄ່າທໍານຽມ ແລະ ອາກອນ ເຂົ້າ ງົບປະມານ ໄດ້ 3.442.388.000 ກີບ ແລະ ໃນປີ 2024 ຕາມແຜນການປີ ແມ່ນ 2.040 ຕອນສາມາດຈັດຕັ້ງປະຕິບັດໄດ້ແລ້ວ 826 ຕອນ ເທົ່າກັບ 40% ຂອງແຜນການ; ວຽກງານຄຸ້ມຄອງດິນເຊົ່າ-ສຳປະທານ ໄດ້ສັງລວມດິນເຊົ່າ-ສຳປະທານ ທົ່ວແຂວງ ມີທັງໝົດ 503 ໂຄງການ, ເນື້ອທີ່ 247.277,55 ຮຕ ທຽບໃສ່ປີ 2022 ເພີ່ມຂຶ້ນ 16 ໂຄງການ. ປະຈຸບັນກຳລັງນໍາສະເໜີຂັ້ນເທິງຄົ້ນຄວ້າພິຈາລະນາລົບລ້າງ ຫຼື ມີມາດຕະການແກ້ໄຂບັນດາໂຄງການທີ່ບໍ່ໄດ້ເຄື່ອນໄຫວຈຳນວນ 71 ໂຄງການ, ລວມມີຂັ້ນສູນກາງ 7 ໂຄງການ, ຂັ້ນແຂວງ 23 ໂຄງການ ແລະ ຂັ້ນເມືອງ 41 ໂຄງການ; ວຽກງານຄຸ້ມຄອງດິນລັດ ໄດ້ຄົ້ນຄ້ວາການນໍາສະເໜີຂໍຫັນທີ່ດິນລັດເປັນດິນບຸກຄົນ ຈຳນວນ 62 ຕອນ ແລະ ໄດ້ຮັບການເຫັນດີອະນຸມັດຫັນເປັນດິນບຸກຄົນແລ້ວ ຈຳນວນ 36 ຕອນ, ປະຈຸບັນທົ່ວແຂວງມີດິນລັດຄຸ້ມຄອງ ຈຳນວນ 4.525 ຕອນ, ເນື້ອທີ່ 89.607.631 ຕມ. 

ໂອກາດນີ້ ທ່ານ ນາງ ບຸນຄໍາ ວໍລະຈິດ, ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ເຊິ່ງກ່ອນອື່ນ ທ່ານລັດຖະມົນຕີ ກໍໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍ ຕໍ່ຜົນສໍາເລັດທີ່ພະແນກຊັບພະຍາກອນຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ກໍຄືບັນດາ ຫ້ອງການ ຊສ ເມືອງ ພາຍໃນແຂວງວຽງຈັນ ທີ່ຍາດມາໄດ້ໃນ ປີ 2023 ທີ່ຜ່ານມາ ແລະ ໃຫ້ທິດຊີ້ນໍາ ເພື່ອເປັນແນວທາງໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ ເປັນຕົ້ນແມ່ນ ທ່ານໄດ້ຍົກໃຫ້ເຫັນ ບົດບາດຄວາມສຳຄັນ ຂອງວຽກງານ  ການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄປຄຽງຄູ່ກັບການພັດທະນາ ເສດຖະກິດ-ສັງຄົມ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ.  ທັງໄດ້ຊີ້ໃຫ້ເຫັນເຖິງດ້ານຕັ້ງໜ້າທີ່ຈະຕ້ອງໄດ້ສືບຕໍ່ເສີມຂະຫຍາຍ ຈັດຕັ້ງປະຕິບັດ ແລະ ດ້ານອ່ອນຂໍ້ຄົງຂ້າງທີ່ຈະຕ້ອງບຸກທະລຸແກ້ໄຂ, ປັດໃຈສິ່ງທ້າທາຍທີ່ຈະຕ້ອງໄດ້ເອົາໃຈໃສ່ ແລະ ບັນດາໜ້າວຽກສໍາຄັນທີ່ຈະຕ້ອງສຸມໃສ່ ແນໃສ່ເຮັດໃຫ້ວຽກງານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິພາບ ແລະ ປະສິດທິຜົນ ຕອບສະໜອງຕໍ່ແນວທາງ ແລະ ຄວາມຕ້ອງການໃນການພັດທະນາ ເສດຖະກິດ-ສັງຄົມ ຂອງແຂວງ ຕາມທິດສີຂຽວ ແລະ ຍືນຍົງ.

 

ປະກາດຮັບສະໝັກລັດຖະກອນໃໝ່ ປີ 2024
ແຜນຈັດສັນທີ່ດິນ, ຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຮອບດ້ານ 18 ແຂວງ