ກອງປະຊຸມປຶກສາຫາລື ບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ຂອງ ໂຄງການໄຟຟ້າພະລັງງານແສງຕາເວັນ 420 ເມກາວັດ

ກອງປະຊຸມປຶກສາຫາລື ບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ຂອງ ໂຄງການໄຟຟ້າພະລັງງານແສງຕາເວັນ 420 ເມກາວັດ

ໃນວັນທີ 15 ມີນາ 2024 ທີ່ຜ່ານມາ ຢູ່ທີ່ນະຄອນຫຼວງວຽງຈັນ, ກົມສິ່ງແວດລ້ອມ (ກສລ), ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ກຊສ) ຮ່ວມກັບ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ພຊສ) ແຂວງອຸດົມໄຊ ໄດ້ຈັດກອງປະຊຸມປຶກສາຫາລື ແບບມີສ່ວນຮ່ວມຂັ້ນແຂວງ/ສູນກາງ ເພື່ອຜ່ານບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແບບລະອຽດ ແລະ ພ້ອມດ້ວຍແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ ຂອງ ໂຄງການໄຟຟ້າພະລັງງານແສງຕາເວັນ 420 ເມກາວັດ, ໂດຍການເປັນປະທານຂອງ ທ່ານ ພູວົງ ຫຼວງໄຊຊະນະ ຮອງລັດຖະມົນຕີ ກຊສ, ມີທ່ານ ວິລະພົນ ນວນແສງສີ ຮອງຫົວໜ້າ ກສລ, ທ່ານ ໄຊພອນ ສີຈະເລີນ ຮອງເຈົ້າເມືອງ ເມືອງນາໝໍ້, ທ່ານ ສີສຸກ ປະດິຈິດ ຮອງຫົວໜ້າ ພຊສ ແຂວງ ອຸດົມໄຊ, ພ້ອມດ້ວຍບັນດາ ຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ/ທ້ອງຖິ່ນ, ຜູ້ຕາງໜ້າ ບໍລິສັດ ຊີຈີເອັນ ເອເນີຈີ ເຕັກໂນໂລຢີ (ລາວ) ຈຳກັດ ແລະ ບໍລິສັດ ລາວວິສະວະກຳ ດ້ານສິ່ງແວດລ້ອມ ຈຳກັດຜູ້ດຽວ ເຂົ້າຮ່ວມ.
 

ກອງປະຊຸມ ຄັ້ງນີ້, ບັນດາຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງ ໄດ້ຮັບຟັງການລາຍງານສະພາບລວມ, ປະຫວັດຄວາມເປັນມາ, ຮ່າງບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແບບລະອຽດ ແລະ ແຜນການຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ ຂອງໂຄງການໄຟຟ້າພະລັງງານແສງຕາເວັນ, ຕັ້ງຢູ່ເມືອງນາໝໍ້ ແຂວງຫຼວງອຸດົມໄຊ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ບໍລິສັດ ຊີຈີເອັນ ເອເນີຈີ ເຕັກໂນໂລຢີ (ລາວ) ຈໍາກັດ ກັບ ລັດຖະບານ ສປປ ລາວ ໃນວັນທີ 16 ສິງຫາ 2023. ຊຶ່ງມີກຳລັງການຕິດຕັ້ງໄຟຟ້າ 420 ເມກາວັດ. ໄດ້ວ່າຈ້າງບໍລິສັດ ລາວວິສະວະກໍາ ດ້ານສິ່ງແວດລ້ອມ ຈຳກັດຜູ້ດຽວ ເປັນຜູ້ດຳເນີນການສຶກສາ ແລະ ສ້າງບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມແບບລະອຽດ. ໂຄງການດັ່ງກ່າວຈະນໍາໃຊ້ເນື້ອທີ່ດິນ ຈຳນວນ 1.207 ເຮັກຕາ, ມີໄລຍະເວລາກໍ່ສ້າງ 18 ເດືອນ, ມີອາຍຸສໍາປະທານໂຄງການ ລວມທັງໝົດ 25 ປີ ແລະ ມູນຄ່າການລົງທຶນທັງໝົດ 365.008.347,84 ໂດລາສະຫະລັດ
ຫຼັງຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ມີຄໍາຖາມເຈາະຈີ້ມ ແລະ ຄໍາແນະນໍາໃຫ້ໂຄງການດໍາເນີນການປັບປຸງເອກະສານດັ່ງກ່າວ ເປັນຕົ້ນ ແມ່ນ: ບັນຫາຝຸ່ນລະອອງ, ຄຸນນະພາບອາກາດ, ສຽງລົບກວນ, ການສັນຈອນ, ການສັ່ນສະເທືອນ, ຄຸນນະພາບນໍ້າ, ການເຊາະເຈື່ອນ, ສິ່ງເສດເຫຼືອທົ່ວໄປ ແລະ ສິ່ງເສດເຫຼືອອັນຕະລາຍ, ສຸຂະພາບ ແລະ ຄວາມປອດໄພຂອງແຮງງານ ແລະ ຊຸມຊົນ.
ໃນຕອນທ້າຍ, ທ່ານ ຮອງລັດຖະມົນຕີ ກຊສ ໄດ້ເນັ້ນໃຫ້ເຈົ້າຂອງໂຄງການ ເອົາໃຈໃສ່ປັບປຸງຮ່າງບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແບບລະອຽດ ແລະ ແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ ຕາມຄໍາຄິດເຫັນຂອງທຸກພາກສ່ວນໃນກອງປະຊຸມ ຄັ້ງນີ້ ແລະ ນໍາສົ່ງມາຍັງ ກຊສ ເພື່ອດໍາເນີນການທົບທວນຕື່ມ ແລະ ພິຈາລະນາ ກ່ຽວກັບ ການສະເໜີອອກໃບຢັ້ງຢືນ ກ່ຽວກັບສິ່ງແວດລ້ອມ, ສິ່ງສໍາຄັນ ຖ້າເມື່ອໃດໂຄງການໄດ້ຮັບໃບຢັ້ງຢືນ ກ່ຽວກັບສິ່ງແວດລ້ອມແລ້ວ, ໂຄງການຕ້ອງປະຕິບັດມາດຕະການສິ່ງແວດລ້ອມ ດັ່ງທີ່ລະບຸໃນເອກະສານດັ່ງກ່າວ ຢ່າງເຂັ້ມງວດ ເພື່ອຫຼີກລ່ຽງບັນຫາຜົນກະທົບທີ່ຈະເກີດຂຶ້ນຕາມມາພາຍຫຼັງ

 

ປະກາດຮັບສະໝັກລັດຖະກອນໃໝ່ ປີ 2024
ແຜນຈັດສັນທີ່ດິນ, ຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຮອບດ້ານ 18 ແຂວງ