ກອງປະຊຸມປຶກສາຫາລື ບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຫາຍາກ ແບບທົດລອງ ເນື້ອທີ່ 5 ກມ2

ກອງປະຊຸມປຶກສາຫາລື ບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຫາຍາກ ແບບທົດລອງ ເນື້ອທີ່ 5 ກມ2

ໃນວັນທີ 19 ມີນາ 2024 ທີ່ຜ່ານມາ ຢູ່ທີ່ແຂວງຊຽງຂວາງ, ກົມສິ່ງແວດລ້ອມ (ກສລ), ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ກຊສ) ຮ່ວມກັບ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ພຊສ) ແຂວງຊຽງຂວາງ ໄດ້ຈັດກອງປະຊຸມປຶກສາຫາລື ແບບມີສ່ວນຮ່ວມຂັ້ນແຂວງ/ສູນກາງ ເພື່ອຜ່ານບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແບບລະອຽດ ແລະ ພ້ອມດ້ວຍແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ ຂອງ ໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຫາຍາກ ແບບທົດລອງ ເນື້ອທີ່ 5 ກມ2, ໂດຍການເປັນປະທານຂອງ ທ່ານ ພູວົງ ຫຼວງໄຊຊະນະ ຮອງລັດຖະມົນຕີ ກຊສ, ມີທ່ານ ອຸ່ນເຮືອນ ໄຊຍະຈັກ ຫົວໜ້າ ກສລ, ຮອງຫົວໜ້າພຊສ ແຂວງຊຽງຂວາງ, ພ້ອມບັນດາ ຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ/ທ້ອງຖິ່ນ, ຜູ້ຕາງໜ້າ ບໍລິສັດ ຮາຍແລນ ມາຍນີ້ງ ຈໍາກັດຜູ້ດຽວ ແລະ ບໍລິສັດ ປຶກສາ ດ້ານສິ່ງແວດລ້ອມ ເຂົ້າຮ່ວມ.
 
ກອງປະຊຸມ ຄັ້ງນີ້, ບັນດາຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງ ໄດ້ຮັບຟັງການລາຍງານສະພາບລວມ, ປະຫວັດຄວາມເປັນມາ, ຮ່າງບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແບບລະອຽດ ແລະ ແຜນການຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ, ຊຶ່ງບໍລິສັດໄດ້ ເຊັນສັນຍາວ່າດ້ວຍການຂຸດຄົ້ນ ແລະ ປຸງແຕ່ງແຮ່ຫາຍາກ ແບບທົດລອງ ກັບລັດຖະບານ ສປປ ລາວ ໃນເນື້ອທີ່ 5 ກມ2 ຢູ່ເຂດບ້ານນາໄຊ ເມືອງຜາໄຊ ແຂວງຊຽງຂວາງ ໃນວັນທີ 10 ພະຈິກ 2023, ມູນຄ່າການລົງທຶນທັງໝົດ 75.583.114 ໂດລາສະຫະລັດ ໃນນັ້ນທຶນຄົງທີ່ 27.565.730 ໂດລາສະຫະລັດ, ທຶນໝູນວຽນ 43.017.384 ໂດລາສະຫະລັດ ແລະ ເງິນຄ່າຊື້ສິດສຳປະທານ 5.000.000 ໂດລາສະຫະລັດ. ໄລຍະທົດລອງການຂຸດຄົ້ນ 3 ປີ ໃນນັ້ນໄລະຍະຂອງການກໍ່ສ້າງ ແລະ ການຜະລິດແມ່ນ 12 ເດືອນ ຫຼື 1 ປີ ແລະ ໄລຍະຂອງການປິດບໍ່ ແລະ ຟື້ນຟູສິ່ງແວດລ້ອມ 2 ປີ, ປະລິມານຊັບພະຍາກອນແຮ່ ທີ່ນຳເຂົ້າສູ່ການຂຸດຄົ້ນໃນໄລຍະທົດລອງ ມີປະລິມານທັງໝົດ 4.851.856 ໂຕນ ຊຶ່ງຈະໄດ້ຜະລິດຕະພັນແຮ່ຫາຍາກ ຈຳນວນ 13.391 ໂຕນ.
ຫຼັງຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ມີຄໍາຖາມເຈາະຈີ້ມ ແລະ ຄໍາແນະນໍາໃຫ້ໂຄງການດໍາເນີນການປັບປຸງເອກະສານດັ່ງກ່າວ ເປັນຕົ້ນ ແມ່ນ: 1. ໃຫ້ມີມາດຕະການປ້ອງກັນ ຜົນກະທົບຕໍ່ສັດນ້ຳ ແລະ ສັດປ່າ; 2. ໃຫ້ ບໍລິສັດ ເອົາໃຈໃສ່ໃນການຄຸ້ມຄອງສິ່ງເສດເຫຼືອຊົມໃຊ້ປະຈຳວັນ; 3. ໃຫ້ເພີ່ມຫົວຂໍ້ດ້ານສຸຂະພາບ ແລະ ຄວາມປອດໄພ ຂອງຊຸມຊົນ; 4. ໃຫ້ ບໍລິສັດ ດຳເນີນການຕິດຕາມ ກວດກາຄຸນນະພາບນ້ຳ ໃນໄລຍະດຳເນີນການຂຸດຄົ້ນ ເປັນປະຈຳທຸກເດືອນ; 5.ໃຫ້ບໍລິສັດປັບປຸງບັນດາມາດຕະການປ້ອງກັນ, ຫຼຸດຜ່ອນ ແລະ ແກ້ໄຂ ຜົນກະທົບໃຫ້ເຈາະຈົງສະເພາະ ໃນມາດຕະການປ້ອງກັນການຮົ່ວໄຫຼຂອງສານເຄມີ, ທາດອາຍແກັສ, ທາດກຳມັນຕະພາບລັງສີ ລວມທັງການຕິດຕາມກວດກາ ບັນຫາດັ່ງກ່າວ; 6. ໃຫ້ ບໍລິສັດ ກຳນົດລະອຽດ ປະລິມານການໃຊ້ນໍ້າຂອງໂຄງການ; 7. ໃຫ້ອອກແບບລະອຽດ ການສ້າງຝາຍນ້ຳລົ້ນ ແລະ ສຶກສາປະລິມານນ້ຳ ເພື່ອປ້ອງກັນບໍ່ໃຫ້ເກີດຜົນກະທົບຕໍ່ການໃຊ້ນ້ຳຂອງປະຊາຊົນ ໃນຕອນລຸ່ມ; 8. ໃນໄລຍະຂຸດຄົ້ນ ໃຫ້ເອົາໃຈໃສ່ໃນການຄຸ້ມຄອງນ້ຳ ຈາກການລະລາຍແຮ່ ແລະ ນ້ຳໝູນວຽນຂອງໂຄງການ ເພື່ອບໍ່ໃຫ້ໄຫຼອອກສູ່ແຫຼ່ງນ້ຳທໍາມະຊາດ ພ້ອມທັງມີມາດຕະການໃນການຕິດຕາມ ກວດກາ ເພື່ອປ້ອງກັນການຍຸບຕົວຂອງຊັ້ນດິນ ໃນເຂດຂຸດຄົ້ນ; ແລະ 9. ໃຫ້ ບໍລິສັດ ກຳນົດມາດຕະການແກ້ໄຂ ຄ່າຕົວຊີ້ວັດ COD ທັງ 3 ຈຸດ ທີ່ເຫັນວ່າເກີນມາດຕະຖານຄຸນນະພາບສິ່ງແວດລ້ອມ ແລະ ໃຫ້ກຳນົດແຈ້ງຂະບວນການບຳບັດນ້ຳ ຂອງໂຄງການ ເຂົ້າໃນບົດລາຍງານ.
ໃນຕອນທ້າຍ, ທ່ານ ຮອງລັດຖະມົນຕີ ກຊສ ໄດ້ເນັ້ນໃຫ້ເຈົ້າຂອງໂຄງການ ເອົາໃຈໃສ່ປັບປຸງຮ່າງບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແບບລະອຽດ ແລະ ແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ ຕາມຄໍາຄິດເຫັນຂອງທຸກພາກສ່ວນໃນກອງປະຊຸມ ຄັ້ງນີ້ ແລະ ນໍາສົ່ງມາຍັງ ກຊສ ເພື່ອດໍາເນີນການທົບທວນຕື່ມ ແລະ ພິຈາລະນາ ກ່ຽວກັບ ການສະເໜີອອກໃບຢັ້ງຢືນ ກ່ຽວກັບສິ່ງແວດລ້ອມ, ສິ່ງສໍາຄັນ ຖ້າເມື່ອໃດໂຄງການໄດ້ຮັບໃບຢັ້ງຢືນ ກ່ຽວກັບສິ່ງແວດລ້ອມແລ້ວ, ໂຄງການຕ້ອງປະຕິບັດມາດຕະການສິ່ງແວດລ້ອມ ດັ່ງທີ່ລະບຸໃນເອກະສານດັ່ງກ່າວ ຢ່າງເຂັ້ມງວດ ເພື່ອຫຼີກລ່ຽງບັນຫາຜົນກະທົບທີ່ຈະເກີດຂຶ້ນຕາມມາພາຍຫຼັງ.

 

ປະກາດຮັບສະໝັກລັດຖະກອນໃໝ່ ປີ 2024
ແຜນຈັດສັນທີ່ດິນ, ຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຮອບດ້ານ 18 ແຂວງ