ທ່ານ ລັດຖະມົນຕີ ກຊສ ຕ້ອນຮັບການຢ້ຽມຂໍ່ານັບ ຂອງ ທ່ານ ຜູ້ອຳນວຍການຫ້ອງການທະນາຄານໂລກ ປະຈຳ ສປປ ລາວ, ກຳປູເຈຍ ແລະ ມຽນມາ

ທ່ານ ລັດຖະມົນຕີ ກຊສ ຕ້ອນຮັບການຢ້ຽມຂໍ່ານັບ ຂອງ ທ່ານ ຜູ້ອຳນວຍການຫ້ອງການທະນາຄານໂລກ ປະຈຳ ສປປ ລາວ, ກຳປູເຈຍ ແລະ ມຽນມາ

 
ໃນຕອນບ່າຍ ຂອງວັນທີ 20 ມີນາ 2024 ທີ່ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ), ທ່ານ ນາງ ບຸນຄຳ ວໍລະຈິດ, ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ Mariam Sherman ຜູ້ອຳນວຍການຫ້ອງການທະນາຄານໂລກ ປະຈຳ ສປປ ລາວ, ກຳປູເຈຍ ແລະ ມຽນມາ ພ້ອມຄະນະ.
ໃນໂອກາດນີ້, ທ່ານ ລັດຖະມົນຕີ ກຊສ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ ນາງ Mariam Sherman ພ້ອມດ້ວຍຄະນະ ໃນໂອກາດ ທີ່ໄດ້ມາເຮັດວຽກ ແລະ ຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ເຊິ່ງທັງ ສອງ ຝ່າຍ ກໍໄດ້ປຶກສາຫາລື ແລກປ່ຽນຄວາມຄິດເຫັນຕໍ່ການຈັດຕັ້ງປະຕິບັດບັນດາໂຄງການຕ່າງໆ ທີ່ໄດ້ຮັບການສະໜັບສະໜູນຈາກທະນາຄານໂລກ ແລະ ແຜນການຊ່ວຍເຫຼືອຂອງທະນາຄານໂລກ ສຳລັບ ສປປ ລາວ ໃນອະນາຄົດ ເວົ້າສະເພາະກໍແມ່ນບັນດາໂຄງການທີ່ຕິດພັນເຖິງການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ການປົກປັກຮັກສາສິ່ງແວດລ້ອມ ເປັນຕົ້ນແມ່ນ ໂຄງການ ສ້າງຄວາມເຂັ້ມແຂງໃນວຽກງານ ຂຶ້ນທະບຽນອອກໃບຕາດິນຢ່າງເປັນລະບົບ, ການສ້າງຍຸດທະສາດການພັດທະນາທີ່ປ່ອຍທາດອາຍກາກບອນຕ່ຳ, ກະກຽມໂຄງການສິ່ງແວດລ້ອມ ແລະ ວຽກງານອື່ນໆ ທີ່ຕິດພັນກັບພາລະບົດບາດຂອງ ກຊສ ຈຳນວນໜຶ່ງ.

 

ປະກາດຮັບສະໝັກລັດຖະກອນໃໝ່ ປີ 2024
ແຜນຈັດສັນທີ່ດິນ, ຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຮອບດ້ານ 18 ແຂວງ