ທ່ານ ລັດຖະມົນຕີ ກຊສ ຕ້ອນຮັບການຢ້ຽມຂໍ່ານັບ ຂອງ ທ່ານ ລັດຖະມົນຕີ ກະຊວງແຮງງານ ສິງກະໂປ

ທ່ານ ລັດຖະມົນຕີ ກຊສ  ຕ້ອນຮັບການຢ້ຽມຂໍ່ານັບ ຂອງ ທ່ານ ລັດຖະມົນຕີ ກະຊວງແຮງງານ ສິງກະໂປ

ໃນຕອນບ່າຍ ຂອງວັນທີ 19 ມີນາ 2024 ທີ່ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ), ທ່ານ ນາງ ບຸນຄຳ ວໍລະຈິດ, ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ທັນ ຊີ ແລັງ (Tan See Leng) ລັດຖະມົນຕີ ກະຊວງແຮງງານ ທັງເປັນລັດຖະມົນຕີ ກະຊວງການຄ້າ ແລະ ອຸດສາຫະກຳ ຜູ້ທີ 2 ຂອງປະເທດ ສິງກະໂປ ພ້ອມຄະນະ.
 
 
ໃນໂອກາດນີ້, ທ່ານ ລັດຖະມົນຕີ ກຊສ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ Tan See Leng ພ້ອມດ້ວຍຄະນະ ໃນໂອກາດ ທີ່ໄດ້ມາເຮັດວຽກ ແລະ ຢ້ຽມຢາມ ສ ປປ ລາວ ໃນຄັ້ງນີ້ ເຊິ່ງທັງ ສອງ ຝ່າຍ ກໍໄດ້ປຶກສາຫາລື ແນວທາງໃນການຮ່ວມກັນ ລະຫວ່າງ 2 ກະຊວງ ໃນອະນາຄົດ ເປັນຕົ້ນແມ່ນ: ການຮ່າງ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ໃນການຈັດຕັ້ງປະຕິບັດວຽກງານການ ແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ແລະ ສິນເຊື່ອກາກບອນ ລະຫວ່າງ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ກະຊວງ ການຄ້າ ແລະ ອຸດສາຫະກຳ ສິງກາໂປ ແລະ ປຶກສາຫາລື ວຽກງານອື່ນໆ ທີ່ກ່ຽວຂ້ອງກັບ ການປົກປັກຮັກສາສິ່ງແວດລ້ອມ ແລະ ການສ້າງຄວາມເຂັ້ມແຂງໃນວຽກງານ ການຄຸ້ມຄອງ ຊັບພະຍາກອນທຳມະຊາດ ຮ່ວມກັນ ໃນອະນາຄົດ.

 

ປະກາດຮັບສະໝັກລັດຖະກອນໃໝ່ ປີ 2024
ແຜນຈັດສັນທີ່ດິນ, ຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຮອບດ້ານ 18 ແຂວງ