ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ກົມທີ່ດິນ ແລະ ສະພາບໍລິຫານອະສັງຫາລິມະຊັບ ສ. ເກົາຫຼີ

ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ກົມທີ່ດິນ ແລະ ສະພາບໍລິຫານອະສັງຫາລິມະຊັບ ສ. ເກົາຫຼີ

ໃນຕອນເຊົ້າວັນທີ 19 ມີນາ 2024 ທີ່ ໂຮງແຮມ ແລນມາກແມ່ຂອງຣີເວີຊາຍ ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ກົມທີ່ດິນ ແລະ ສະພາບໍລິຫານອະສັງຫາລິມະຊັບ ສ. ເກົາຫຼີ ເພື່ອຈັດຕັ້ງປະຕິບັດໂຄງການເສີມສ້າງຄວາມອາດສາມາດ ດ້ານລະບົບຂໍ້ມູນຂ່າວສານແຫ່ງຊາດ ກ່ຽວກັບ ການປະເມີນມູນຄ່າທີ່ດິນ ໃນ ສປປ ລາວ. ໂດຍການໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ປອ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ທ່ານ Mr. Son, Tae Rak (ຊົນ ແທຣັກ) ປະທານລັດວິສາຫະກິດອະສັງຫາລິມະຊັບ ສ. ເກົາຫຼີ ແລະ ມີບັນດາຜູ້ຕາງໜ້າຈາກຫ້ອງການ, ຫົວໜ້າກົມ, ຮອງຫົວໜ້າກົມ, ບັນດາທ່ານ ຕາງໜ້າຈາກ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ, ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ 3 ເມືອງ (ເມືອງໄຊທານີ, ໄຊເສດຖາ ແລະ ຈັນທະບູລີ) ແລະ ຜູ້ຕາງໜ້າຈາກທຸກພາກສ່ວນ ຂອງຝ່າຍລາວ ແລະ ຝ່າຍ ສ.ເກົາຫຼີ ເຂົ້າຮ່ວມຢ່າງພ້ອມພຽງ.
ການຮ່ວມມື ລະຫວ່າງ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ກະຊວງ ທີ່ດິນ, ພື້ນຖານໂຄງລ່າງ ແລະ ຄົມມະນາຄົມ ສ. ເກົາຫຼີ ໄດ້ລິເລີ່ມຈາກບົດບັນທຶກການຮ່ວມມື ລະຫວ່າງ ການນໍາ 2 ກະຊວງ ນັບແຕ່ປີ 2016 ເປັນຕົ້ນມາ. ເຊິ່ງນັບແຕ່ ເດືອນ ມິຖຸນາ 2020 ທີ່ຜ່ານມາ ໂຄງການສໍາຫຼວດວັດແທກ ແລະ ສ້າງແຜນທີ່ຕາດິນ ໄດ້ຖືກຈັດຕັ້ງປະຕິບັດໂດຍລັດວິສາຫະກິດຂໍ້ມູນຂ່າວສານທີ່ດິນ (LX) ກະຊວງທີ່ດິນ, ພື້ນຖານໂຄງລ່າງ ແລະ ຄົມມະນາຄົມ ຮ່ວມກັບກົມທີ່ດິນ ໂດຍໄດ້ຈັດຕັ້ງປະຕິບັດໂຄງການທົດລອງ ຢູ່ 3 ເມືອງເປົ້າໝາຍ ພາຍໃນນະຄອນຫຼວງວຽງຈັນ ຄື: ເມືອງໄຊທານີ, ໄຊເສດຖາ ແລະ ຈັນທະບູລີ ກວມເນື້ອທີ່ 152 ກິໂລຕາແມ້ດ ຊຶ່ງຈະປິດໂຄງການ ໃນວັນທີ 27 ມີນາ 2024 ນີ້. ໂຄງການດັ່ງກ່າວ ໄດ້ຮັບທຶນຊ່ວຍເຫຼືອລ້າ ຈໍານວນ 3.309.000 ໂດລ້າສະຫະລັດ ຫຼື 4.270.000.000 ວອນ ຈາກລັດຖະບານ ສ. ເກົາຫຼີ ໂດຍມອບໃຫ້ລັດວິສະຫະກິດອະສັງຫາລິມະຊັບ ສ. ເກົາຫຼີ ກະຊວງທີ່ດິນ, ພື້ນຖານໂຄງລ່າງ ແລະ ຄົມມະນາຄົມ ຈັດຕັ້ງປະຕິບັດໂຄງການ ຮ່ວມກັບ (1) ກົມທີ່ດິນ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ; (2) ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ແລະ (3) ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງ ໄຊທານີ, ເມືອງ ໄຊເສດຖາ ແລະ ເມືອງ ຈັນທະບູລີ ໃນໄລຍະເວລາ 2 ປີ ( ເດືອນ ທັນວາ 2023 - ກໍລະກົດ 2025). ສໍາລັບບົດບັນທຶກຄວາມເຂົ້າໃຈດັ່ງກ່າວ ໄດ້ຮ່ວມ, ຮອງຫົວຫນ້າກົມທີ່ດິນ ແລະ ທ່ານ Mr. Son, Tae Rak (ຊົນ ແທຣັກ),ປະທານລັດວິສາຫະກິດອະສັງຫາລິມະຊັບ ສ. ເກົາຫຼີ ໂດຍມີ ຮອງລັດຖະມົນຕີ ກຊສ ແລະ ຄະນະທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້ ທ່ານ ປອ. ໄຊນະຄອນ ອິນທະວົງ ກໍ່ໄດ້ມີຄໍາເຫັນຕໍ່ພິທີເຊັນບົດບັນທຶກຄວາມເຂົ້າໃຈ ໂດຍຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ກໍ່ຄື ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ກ່າວສະແດງຄວາມຂອບໃຈເປັນຢ່າງສູງ ມາຍັງລັດຖະບານ ສ. ເກົາຫຼີ ກໍ່ຄື ລັດວິສະຫະກິດອະສັງຫາລິມະຊັບ ກະຊວງທີ່ດິນ, ພື້ນຖານໂຄງລ່າງ ແລະ ຄົມມະນາຄົມ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນອັນໃຫຍ່ຫຼວງໃນການຍົກລະດັບວຽກງານປະເມີນລາຄາທີ່ດິນ ຢູ່ພາຍໃນ ສປປ ລາວ ໂດຍຈະສຸມໃສ່ການສຶກສາຕົວຈິງ ຢູ່ 3 ເມືອງດັ່ງກ່າວ ເພື່ອກໍານົດຂັ້ນຕອນ ແລະ ວິທີການ ໃນການປະເມີນລາຄາທີ່ດິນ ແບບສະເພາະຕອນ.

 

ປະກາດຮັບສະໝັກລັດຖະກອນໃໝ່ ປີ 2024
ແຜນຈັດສັນທີ່ດິນ, ຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຮອບດ້ານ 18 ແຂວງ