ກອງປະຊຸມປຶກສາຫາລື ກ່ຽວກັບ ບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແບບລະອຽດ ຂອງ ໂຄງການໄຟຟ້າພະລັງງານແສງຕາເວັນ 580 ເມກາວັດ

ກອງປະຊຸມປຶກສາຫາລື ກ່ຽວກັບ ບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແບບລະອຽດ ຂອງ ໂຄງການໄຟຟ້າພະລັງງານແສງຕາເວັນ 580 ເມກາວັດ

ໃນວັນທີ 14 ມີນາ 2024 ທີ່ຜ່ານມາ ຢູ່ທີ່ນະຄອນຫຼວງວຽງຈັນ, ກົມສິ່ງແວດລ້ອມ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ກຊສ) ຮ່ວມກັບ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ພຊສ) ແຂວງຫຼວງນ້ຳທາ ໄດ້ຈັດກອງປະຊຸມປຶກສາຫາລື ແບບມີສ່ວນຮ່ວມຂັ້ນແຂວງ/ສູນກາງ ເພື່ອຜ່ານບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແບບລະອຽດ ແລະ ພ້ອມດ້ວຍແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ ຂອງ ໂຄງການໄຟຟ້າພະລັງງານແສງຕາເວັນ 580 ເມກາວັດ, ໂດຍການເປັນປະທານຮ່ວມຂອງທ່ານ ພູວົງ ຫຼວງໄຊຊະນະ, ຮອງລັດຖະມົນຕີ ກຊສ, ທ່ານ ສີວິໄລ ປັນແກ້ວ, ຮອງເຈົ້າແຂວງຫຼວງນ້ຳທາ, ມີທ່ານ ຄໍາຟອງ ອິນມານີ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ທ່ານ ບຸນຄົງ ພິມມະສອນ, ຮອງເຈົ້າເມືອງຫຼວງນໍ້າທາ, ທ່ານຮອງຫົວໜ້າກົມສິ່ງແວດລ້ອມ, ຕາງໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫຼວງນ້ຳທາ, ພ້ອມບັນດາ ຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ/ທ້ອງຖິ່ນ, ຜູ້ຕາງໜ້າ ບໍລິສັດ ຊີຈີເອັນ ເອເນີຈີ ເຕັກໂນໂລຢີ (ລາວ) ຈໍາກັດ ແລະ ບໍລິສັດທີິ່ປຶກສາລາວ ວິສະວະກໍາ ດ້ານສິ່ງແວດລ້ອມ ຈໍາກັດຜູ້ດຽວ ເຂົ້າຮ່ວມ.
ກອງປະຊຸມ ຄັ້ງນີ້, ບັນດາຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງ ໄດ້ຮັບຟັງການລາຍງານສະພາບລວມ, ປະຫວັດຄວາມເປັນມາ, ຮ່າງບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແບບລະອຽດ ແລະ ແຜນການຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ ຂອງໂຄງການໄຟຟ້າພະລັງງານແສງຕາເວັນ, ຕັ້ງຢູູ່ເມືອງຫຼວງນໍ້າທາ, ແຂວງຫຼວງນໍ້າທາ, ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ບໍລິສັດ ຊີຈີເອັນ ເອເນີຈີ ເຕັກໂນໂລຢີ (ລາວ) ຈໍາກັດ ກັບລັດຖະບານ ສປປລາວ ໃນວນທີ 16 ສິງຫາ 2023. ຊຶິ່ງມີກໍາລັງການຕິດຕັ້ງໄຟຟ້າ 580 ເມກາວັດ. ໄດ້ວ່າຈ້າງບໍລິສັດ ລາວວິສະວະກໍາ ດ້ານສິ່ງແວດລ້ອມ ຈໍາກັດຜູ້ດຽວ ເປັນຜູ້ດໍາເນີນການສຶກສາ ແລະ ສ້າງບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມແບບລະອຽດ. ໂຄງການດັ່ງກ່າວຈະນໍາໃຊ້ເນື້ອທີິ່ດິນ ຈໍານວນ 1.528 ເຮັກຕາ, ມີໄລຍະເວລາກໍ່ສ້າງ 18 ເດືອນ, ມີອາຍຸສໍາປະທານໂຄງການ ລວມທັງໝົດ 25 ປີ ແລະ ມູນຄ່າການລົງທຶນທັງໝົດ775.642.379 ໂດລາສະຫະລັດ.
ຫຼັງຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ມີຄໍາຖາມເຈາະຈີ້ມ ແລະ ຄໍາແນະນໍາໃຫ້ໂຄງການດໍາເນີນການປັບປຸງເອກະສານດັ່ງກ່າວ ເປັນຕົ້ນ ແມ່ນ ທີິ່ດິນທໍາການຜະລິດ, ການດໍາລົງຊີວິດຂອງປະຊາຊົນ ໂດຍສະເພາະໃນຊ່ວງໄລຍະກໍ່ສ້າງໂຄງການ, ສະນັ້ນ, ເຈົ້າຂອງໂຄງການຕ້ອງໄດ້ມີມາດຕະການປ້ອງກັນ, ຫຼຸດຜ່ອນ ແລະ ແກ້ໄຂຢ່າງເໝາະສົມ, ການພັດທະນາໂຄງການຕ້ອງຄຽງຄູ່ໄປກັບການປົກປັກຮັກສາສິ່ງແວດລ້ອມ ແລະ ເຮັດໃຫ້ວຽກງານສິ່ງແວດລ້ອມໄປຕາມທິດສີຂຽວ ແລະ ຍືນຍົງ. ຊຶິ່ງໂຄງການຕ້ອງໄດ້ດໍາເນີນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ໂດຍໃຫ້ສອດຄ່ອງກັບ ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ແລະ ດໍາລັດວ່າດ້ວຍ ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ສະບັບເລກທີ 389/ລບ, ລົງວັນທີ 20 ຕຸລາ 2022.
ໃນຕອນທ້າຍ, ທ່ານ ຮອງລັດຖະມົນຕີ ກຊສ ໄດ້ເນັ້ນໃຫ້ເຈົ້າຂອງໂຄງການ ເອົາໃຈໃສ່ປັບປຸງຮ່າງບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແບບລະອຽດ ແລະ ແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ ຕາມຄໍາຄິດເຫັນຂອງທຸກພາກສ່ວນໃນກອງປະຊຸມ ຄັ້ງນີ້ ແລະ ນໍາສົ່ງມາຍັງ ກຊສ ເພື່ອດໍາເນີນການທົບທວນຕື່ມ ແລະ ພິຈາລະນາ ກ່ຽວກັບ ການສະເໜີອອກໃບຢັ້ງຢືນ ກ່ຽວກັບສິ່ງແວດລ້ອມ, ສິ່ງສໍາຄັນ ຖ້າເມື່ອໃດໂຄງການໄດ້ຮັບໃບຢັ້ງຢືນ ກ່ຽວກັບສິ່ງແວດລ້ອມແລ້ວ, ໂຄງການຕ້ອງປະຕິບັດມາດຕະການສິ່ງແວດລ້ອມ ດັ່ງທີ່ລະບຸໃນເອກະສານດັ່ງກ່າວ ຢ່າງເຂັ້ມງວດ ເພື່ອຫຼີກລ່ຽງບັນຫາຜົນກະທົບທີ່ຈະເກີດຂຶ້ນຕາມມາພາຍຫຼັງ.
 

 

ປະກາດຮັບສະໝັກລັດຖະກອນໃໝ່ ປີ 2024
ແຜນຈັດສັນທີ່ດິນ, ຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຮອບດ້ານ 18 ແຂວງ